ຫວຽດນາມ ແລະ ຍີ່ປຸ່ນ ເພີ່ມທະວີການ
ຮ່ວມມືໃນຂົງເຂດເຕັກໂນໂລຢີຂ້ໍມູນຂ່າວ
(ພາບ: vietnam+)
(vovworld) - ຕອນບ່າຍວັນທີ 29/03 ຢູ່ໂຕກຽວ. ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຍີ່ປຸ່ນ. ທ່ານ ເຈືອງມີງຕ໋ວນ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ພົບປະເຈລະຈາກັບທ່ານ Sanae Takaichi ລັດຖະມົນຕີກະຊວງພາຍໃນ ແລະ ຖະແຫຼງຂ່າວ ຍີ່ປຸ່ນ. ທ່ານ ເຈືອງມີງຕ໋ວນ ປາດຖະໜາຢາກໃຫ້ 2 ກະຊວງສືບຕໍ່ສະໜັບສະໜູນ ແລະ ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ 2 ປະເທດຮ່ວມມືໃນຂົງເຂດຂໍ້ມູນຂ່າວສານ, ສື່ມວນຊົນ. ທ່ານລັດຖະມົນຕີ ເຈືອງມີງຕ໋ວນ ກ່າວວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບ ຍີ່ປຸ່ນ ໃນບັນດາຂົງເຂດຄື: ຄວາມປອດໄພຂໍ້ມູນຂ່າວສານ ແລະ ປາດຖະໜາຢາກໃຫ້ ຍີ່ປຸນ ບຸລິມະສິດສະຫງວນທຶນໜູນຊ່ວຍພັດທະນາ (ODA) ໃຫ້ບັນດາໂຄງການກ່ຽວກັບຄວາມປອດໄພຂໍ້ມູນຂ່າວສານຢູ່ ຫວຽດນາມ. ສ່ວນທ່ານ Sanae Takaichi ລັດຖະມົນຕີກະຊວງພາຍໃນ ແລະ ຖະແຫຼງຂ່າວ ຍີ່ປຸ່ນ ໃຫ້ຮູ້ວ່າ: ຍີ່ປຸ່ນ ຈະແບ່ງປັນບົດຮຽນ, ໜູນຊ່ວຍ ຫວຽດນາມ ໃນຂົງເຂດຂໍ້ມູນຂ່າວສານ ແລະ ສື່ມວນຊົນ.
ສິ້ນສຸດການເຈລະຈາ, ທ່ານ ເຈືອງມີງຕ໋ວນ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ແລະ ທ່ານ Sanae Takaichi ລັດຖະມົນຕີກະຊວງພາຍໃນ ແລະ ຖະແຫຼງຂ່າວ ຍີ່ປຸ່ນ ໄດ້ເຊັນບົດບັນທຶກຕົກລົງກ່ຽວກັບການສ້າງກຸ່ມປະຕິບັດງານຮ່ວມ ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງ 2 ກະຊວງ.