ຫວຽດນາມ ແລະ ນິວຊີແລນ ວາງເປົ້າໝາຍຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ 1,7 ຕື້ USD
(VOVWORLD) -ວັນທີ 12 ມິຖຸນາ, ຢູ່ນະຄອນຫຼວງ Wellington, ທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ນິວຊີແລນ ຕ້າວັນທົງ ໄດ້ຍື່ນສານແຕ່ງຕັ້ງຂອງທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ຕໍ່ ທ່ານນາງ Dame Patsy Reddy ຜູ້ມີອຳນາດເຕັມ ແຫ່ງ ນິວຊີແລນ.
ທ່ານເອກອັກຄະລັດຖະທູດ ຕ້າວັນທົງ ແລະທ່ານນາງ Dame Patsy Reddy ຜູ້ມີອຳນາດເຕັມ ແຫ່ງ ນິວຊີແລນ
(ພາບ: TTXVN)
|
ກ່າວຄຳເຫັນທີ່ພິທີ, ທ່ານນາງຜູ້ມີອຳນາດເຕັມ ແຫ່ງ ນິວຊີແລນ Reddy ໄດ້ອວຍພອນທ່ານເອກອັກຄະລັດຖະທູດ ຕ້າວັນທົງ ທີ່ໄດ້ຮັບຄວາມໄວ້ວາງໃຈໃຫ້ເປັນ ເອກອັກຄະລັດຖະທູດຫວຽດນາມປະຈຳ ນິວຊີແລນ. ທ່ານນາງ Reddy ຊົມເຊີຍບັນດາບາດກ້າວພັດທະນາຢ່າງແຮງໃນການພົວພັນລະຫວ່າງສອງປະເທດຕະຫຼອດ 43 ປີຜ່ານມາ, ນັບແຕ່ເມື່ອສອງປະເທດ ໄດ້ສ້າງຕັ້ງການພົວພັນທາງການທູດໃນບັນດາຂົງເຂດ ຄື ການເມືອງ, ການປ້ອງກັນຄວາມສະຫງົບ, ເສດຖະກິດການຄ້າ ແລະ ການພົບປະແລກປ່ຽນປະຊາຊົນ. ໃນຂົງເຂດຫຼາຍຝ່າຍ, ຜູ້ມີອຳນາດເຕັມ ແຫ່ງ ນິວຊີແລນ ເນັ້ນໜັກວ່າ ຫວຽດນາມ ສວມບົດບາດສຳຄັນຢູ່ໃນບັນດາລະບອບລະບຽບການຫຼາຍຝ່າຍ ຄືອົງການການຄ້າໂລກ, ເວທີປາໄສການຮ່ວມມືດ້ານເສດຖະກິດອາຊີ - ປາຊີຟິກ, ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ກໍຄືບັນດາສັນຍາການຄ້າເສລີ FTA ASEAN - ອົດສະຕາລີ - ນິວຊີແລນ ແລະ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ.
ທ່ານ ເອກອັກຄະລັດຖະທູດ ຕ້າວັນທົງ ໃຫ້ຄຳໝັ້ນສັນຍາວ່າ ໃນຖານະຕຳແໜ່ງຂອງຕົນ ຈະປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນເລື່ອງພັດທະນາການພົວພັນມິດຕະພາບ, ການຮ່ວມມື ອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງລັດຖະບານ ແລະ ປະຊາຊົນສອງປະເທດ.