ຫວຽດນາມ ແລະ ມຽນມາເພີ່ມທະວີການຮ່ວມມືໃນຂົງເຂດສື່ມວນຊົນ-ສື່ສານ

ຫວຽດນາມ ແລະ ມຽນມາເພີ່ມທະວີການຮ່ວມມືໃນຂົງເຂດສື່ມວນຊົນ-ສື່ສານ - ảnh 1
(ຫວຽດນາມ ແລະ ມຽນມາເພີ່ມທະວີການຮ່ວມມື

ໃນຂົງເຂດສື່ມວນຊົນ-ສື່ສານ)

(vovworld) - ວັນ​ທີ 20/1, ຢູ່​ສູນ​ກະຈາຍສຽງ​ແຫ່ງ​ຊາດ, 58 ຖະໜົນ​ກວ໋ານຊື໋, ຮ່າ​ໂນ້ຍ, ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ຫງວຽນ​ດັງ​ຕ໋ຽນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ກະຊວງ​ຖະ​ແຫຼ​ງຂ່າວ​ມຽນມາ, ​ໂດຍ​ທ່ານ​ລັດຖະມົນຕີ​ວ່າການ YeHtut ນຳ​ໜ້າ, ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ສອງ​ຝ່າຍ​ໄດ້​​ຢືນຢັນ​ວ່າ​, ກະຈາຍສຽງ​ມີ​ບົດບາດ​ສຳຄັນ​ໃນ​ຊີວິດ​ສັງຄົມ, ພ້ອມ​ກັນ​ນັ້ນ, ສື່​ເອ​ເລກ​ໂຕ​ນິກກໍ່​ມີ​ບົດບາດ​ສຳຄັນ​ໃນ​ລະບົບ​ສື່ສານ. ຜູ້ອຳນວຍການ​ໃຫຍ່ VOV ​ແລະ ທ່ານ​ລັດຖະມົນຕີ​ວ່າການກະຊວງ​ຖະ​ແຫຼ​ງຂ່າວ​ມຽນມາ ​ໄດ້​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກ​ຮູບ​ການ​ສື່​ມວນ​ຊົນ. ​ເມື່ອ​ແບ່ງປັນ​ບົດຮຽນ​ຂອງ VOV ​ກ່ຽວ​ກັບການ​ຈັດ​ທຳລາຍ​ການ​ໃນຊ່ອງ VOV ຄົມມະນາຄົມ​ແຫ່ງ​ຊາດ, ຊ່ອງ​ໂທລະພາບ​ສະພາ​ແຫ່ງ​ຊາດ ​ແລະ ສື່​ເອ​ເລກ​ໂຕ​ນິກ vov.vn, ຜູ້ອຳນວຍການ​ໃຫຍ່​ VOV ຫງວຽນ​ດັງ​ຕ໋ຽນ, ​ໃຫ້​ຮູ້​ວ່າ:

ຊ່ອງ vov ຄົມມະນາຄົມ ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ, ກະຈາຍສຽງ​ຍັງ​ຄົງ​ຕົວ​ຢູ່​ເຂດ​ຕົວ​ເມືອງ, ມັນ​ບໍ່​ພຽງ​ແຕ່​ໂຄສະນາ​ບັນດາ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ບັນຫາ​ຄົມມະນາຄົມ​ເທົ່າ​ນັ້ນ, ຫາກ​ຍັງ​ໂຄສະນາ​ບັນດາ​ບັນຫາ​ເສດຖະກິດ, ສັງຄົມ, ​ຊີວິດ​ສັງຄົມອີກ​ດ້ວຍ… ສ່ວນ​ຊ່ອງ​ໂທລະພາບ​ສະພາ​ແຫ່ງ​ຊາດ, ບໍ່​ພຽງ​ແຕ່​ໂຄສະນາ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ຫ່ງຊາດ, ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຢູ່ 63 ​ແຂວງ, ນະຄອນ​ເທົ່າ​ນັ້ນ, ຫາກ​ຍັງ​ສ່ອງ​ແສງ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອີກ. ຍ້ອນ​ເຫດ​ນັ້ນ, ພວກ​ເຮົາ​ສາມາດ​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດຄື: ​ແລກປ່ຽນ​ລາຍການ​ວັດທະນະທຳ, ສິລະ​ປະ​, ກິລາ, ທ່ອງ​ທ່ຽວຂອງ​ມຽນມາ… ຜ່ານ​ນັ້ນ​ພວກ​ເຮົາ​ຈະ​ເຂົ້າ​ໃຈ​ກັນ​ກວ່າ“.

ສ່ວນ​ທາງ​ຝ່າຍ​ມຽນມາ, ທ່ານ​ລັດຖະມົນຕີ​ວ່າການ YeHtut ຫວັງ​ວ່າ VOV ຈະ​ຊ່ວຍ​ເຫຼືອ​ດ້ານ​ວິຊາ​ການ​ໃຫ້​ວິທະຍຸ - ​ໂທລະພາບ​ແຫ່ງ​ຊາດ​ມຽນມາ ​ໃນ​ຂົງ​ເຂດ​ຈັດ​ທຳລາຍ​ການ​ກະຈາຍສຽງ​ຄົມມະນາຄົມ ​ແລະ ສື່​ເອ​ເລກ​ໂຕ​ນິກ, ກໍ່​ຄືພ້ອມ​ທັງ​ສະ​ເໜີ​ໃຫ້ VOV ສົມທົບ​ກັບ ວິທະຍຸ - ​ໂທລະພາບ​ແຫ່ງ​ຊາດ​ມຽນມາ ຈັດ​ທຳລາຍ​ການ​ກະຈາຍສຽງ - ​ໂທລະພາບ​ກ່ຽວ​ກັບ​ການທ່ອງທ່ຽວ​ກໍ່​ຄື​ບັນດາ​ບັນຫາ​ເຊິ່ງທັງ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຜູ້ອຳນວຍການ​ໃຫຍ່​ VOV ຫງວຽນ​ດັງ​ຕ໋ຽນ ​ແລະ ທ່ານ​ລັດຖະມົນຕີ​ວ່າການ YeHtut​ ​ເຫັນ​ດີ​ຈະ​ລົງ​ນາມ​ໃນ​ບົດ​ບັນທຶກ​ຮ່ວມ​ມື​ສະບັບ​ໃໝ່​ລະຫວ່າງ VOV ​ກັບ ວິທະຍຸ - ​ໂທລະພາບ​ແຫ່ງ​ຊາດ​ມຽນມາ​ໃນ​ປີ​ນີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ