ຫວຽດນາມ ແລະ ລັດເຊຍ ຄວນຊຸກຍູ້ການພົວພັນເສດຖະກິດ 2 ຝ່າຍ

(VOVWORLD) - ຫວຽດນາມ ແລະ ສະຫະພັນລັດເຊຍ ແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ສິ່ງສຳຄັນນັ້ນແມ່ນນ້ຳໃຈມິດຕະພາບແຕ່ດົນນານ, ບໍລິສຸດຜຸດຜ່ອງ. 
ຫວຽດນາມ ແລະ ລັດເຊຍ ຄວນຊຸກຍູ້ການພົວພັນເສດຖະກິດ 2 ຝ່າຍ - ảnh 1 ສາດສະດາຈານ Vladimir Kolotov

ເນື່ອງໃນໂອກາດການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ, ສາດສະດາຈານ Vladimir Kolotov, ຫົວໜ້າພະແນກປະຫວັດສາດ ບັນດາປະເທດຕາເວັນອອກໄກ, ຜູ້ອຳນວຍການສະຖາບັນ ໂຮ່ຈີມິນ ຂື້ນກັບມະຫາວິທະຍາໄລແຫ່ງຊາດ St.Peterburg, ຖືວ່າ: ການພົວພັນ ຫວຽດນາມ - ລັດເຊຍ ໃນປະຈຸບັນບໍ່ທັນສົມກັບຄວາມສາມາດບົ່ມຊ້ອນຂອງ 2 ປະເທດເທື່ອ. ຕາມສາດສະດາຈານ Kolotov ແລ້ວ, ປະຈຸບັນ ຢູ່ ລັດເຊຍ ບໍ່ມີຫຼາຍຄົນຮູ້ວ່າ ຫວຽດນາມ ໄດ້ພັດທະນາແຮງຄືແນວໃດໃນຊຸມປີຜ່ານມາ, ໃນນັ້ນມີບັນດາຜົນງານອັນໃຫຍ່ຫຼວງດ້ານເສດຖະກິດ. ທ່ານກໍ່ເປັນໜ້າເສຍດາຍເມື່ອປະເທດລັດເຊຍ ບໍ່ຮູ້ຫຼາຍເຖິງບັນຫານີ້ ແລະ ດັ່ງນັ້ນ, ບໍ່ມີຫຼາຍວິສາຫະກິດ ລັດເຊຍ ຖື ຫວຽດນາມ ຄືດັ່ງຄູ່ຮ່ວມມືມີຄວາມສາມາດບົ່ມຊ້ອນ, ໜ້າໄວ້ເນື້ອເຊື່ອໃຈ.

        ເມື່ອເຕື້ອງເຖິງການຢ້ຽມຢາມຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ເຖິງ ລັດເຊຍ, ທ່ານສາດສະດາຈານ Kolotov ໄດ້ຕີລາຄາວ່າ ນີ້ແມ່ນເຫດການມີຄວາມສຳຄັນຍິ່ງໃນການພົວພັນ ລັດເຊຍ - ຫວຽດນາມ. ຕາມທ່ານແລ້ວ, ເພື່ອໃຫ້ນະໂຍບາຍຫັນທິດໄປສູ່ທາງທິດຕາເວັນອອກ ຂອງລັດເຊຍ ມີປະສິດທິຜົນ. ສາດສະດາຈານ Kolotov ຕັ້ງບັນດາຄວາມມຸ່ງຫວັງອັນໃຫຍ່ຫຼວງເຂົ້າໃນການຢ້ຽມຢາມຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ, ຫວັງວ່າ ການນຳປະເທດຊາດ, ບັນດາກະຊວງ, ຂະແໜງການຮ່ວມເດີນທາງກັບທ່ານຈະຊອກຫາບັນດາມາດຕະການເພື່ອສ້າງການພົວພັນ ລັດເຊຍ - ຫວຽດນາມ ດີຍິ່ງໆຂຶ້ນ, ນຳການພົວພັນນີ້ບັນລຸບັນດາຄາດໝາຍທີ່ມັກໃຫຍ່ໃຝ່ສູງ.

ຕອບກັບ

ຂ່າວ/ບົດ​ອື່ນ