(vovworld) – ຕອນບ່າຍວັນທີ 2/3 ທີ່ນະຄອນຫຼວງ ລອນດອນ, ລາຊະອານາຈັກ ອັງກິດ ໄດ້ດຳເນີນກອງປະຊຸມຄັ້ງທີ 8 ຄະນະກຳມະການປະສົມ ຫວຽດນາມ-ອັງກິດ ກ່ຽວກັບການຮ່ວມມືເສກຖະກິດ ແລະ ການຄ້າ (JETCO). ກ່າວຄວາມເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ອັງກິດ Hugo Swire ຢັ້ງຢືນວ່າ: ອັງກິດ ແມ່ນໜຶ່ງໃນບັນດາປະເທດສະໜັບສະໜູນ ຫວຽດນາມ ຈົນສຸດຄວາມສາມາດໃນວິວັດການເຈລະຈາສັນຍາການຄ້າເສລີ (FTA) ກັບສະຫະພາບເອີລົບ (EU) ແລະ ຫວັງວ່າຂໍ້ຕົກລົງນີ້ຈະໄດ້ຮັບການລົງນາມໃນອະນາຄົດມໍ່ໆມານີ້. ເມື່ອສະແດງຄວາມປາດຖະໜາວ່າບັນດາຂົງເຂດຮ່ວມມື ຊຶ່ງ ອັງກິດ ບຸລິມະສິດຊຸກຍູ້ກັບ ຫວຽດນາມ ຄື: ການສຶກສາ, ພະລັງງານ ແລະ ໂຄງລ່າງການເງິນ ຈະບັນລຸໄດ້ບັນດາຄວາມກ້າວໜ້າໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ອັງກິດ Hugo Swire ຢືນຢັນວ່າ: ກອງປະຊຸມ JETCO ຄັ້ງທີ 8 ແມ່ນກາລະໂອກາດສຳຄັນ ເພື່ອກວດກາຄືນບັນດາຂົງເຂດການຮ່ວມມືບົນຈິດໃຈຄູ່ຮ່ວມມືຍຸດທະສາດ ເຊິ່ງ 2 ປະເທດ ໄດ້ກໍ່ສ້າງ ແລະ ເຮັດວຽກຢ່າງຕັ້ງໜ້າໃນຕະຫຼອດ 8 ປີຜ່ານມາ. ສ່ວນທ່ານນາງ ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໂຮ່ທິກິມທວາ ໃຫ້ຮູ້ວ່າ: ຕາມຄຳໝັ້ນສັນຍາກັບອົງການການຄ້າໂລກ (WTO) ແລ້ວ, ຫວຽດນາມ ພວມສ້າງກົດໝາຍອະນຸຍາດໃຫ້ບັນດາບໍລິສັດຜະລິດຢາຕ່າງປະເທດແຈກຢາຍສິດຜູກຂາດຢູ່ ຫວຽດນາມ. ກ່ຽວກັບໃບຢັ້ງຢືນລູກເຮືອ, ຫວຽດນາມ ປາດຖະໜາວ່າ ຝ່າຍ ອັງກິດ ສືບຕໍ່ມີຜົນກະທົບ ຫຼື ສົມທົບກັນ ເພື່ອຜັນຂະຫຍາຍຂໍ້ຕົກລົງຮັບຮອງໃບຢັ້ງຢືນວິຊາສະເພາະໃຫ້ແກ່ລູກເຮືອ ຫວຽດນາມ. ກ່ຽວກັບພະແນກທຸລະກຳການຄ້າ, ທ່ານນາງ ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໂຮ່ທິກິມທວາ ສະເໜີ 2 ຝ່າຍສືບຕໍ່ແລກປ່ຽນ, ສະໜອງຂໍ້ມູນຂ່າວ ເພື່ອເພີ່ມທະວີກາລະໂອກາດເຄື່ອນໄຫວການຮ່ວມມືພັດທະນາ, ຊື້ຂາຍຜ່ານພະແນກທຸລະກຳ.