ຫວຽດນາມ ແລະ ສ.ເກົາຫຼີ ເພີ່ມທະວີການຮ່ວມມືວິທະຍາສາດ - ເຕັກໂນໂລຢີ

(VOVWORLD) - ຕອນບ່າຍວັນທີ   22 ມີນາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ແລະ ອົງການຮ່ວມມືສາກົນ ສ.ເກົາຫຼີ ໄດ້ສົມທົບກັນຈັດຕັ້ງພິທີວາງສີລາລຶກກໍ່ສ້າງສະຖາບັນວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ - ສ.ເກົາຫຼີ ຢູ່ເຂດເຕັກໂນໂລຢີສູງ ຮ່ວາລາກ.
ຫວຽດນາມ ແລະ ສ.ເກົາຫຼີ ເພີ່ມທະວີການຮ່ວມມືວິທະຍາສາດ - ເຕັກໂນໂລຢີ - ảnh 1 ຫວຽດນາມ ແລະ ສ.ເກົາຫຼີ ເພີ່ມທະວີການຮ່ວມມືວິທະຍາສາດ - ເຕັກໂນໂລຢີ (ພາບ: TTXVN)

ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ພ້ອມດ້ວຍຜູ້ຕາງໜ້າບາງກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຂອງ ຫວຽດນາມ ແລະ ສ.ເກົາຫຼີ ເຂົ້າຮ່ວມພິທີ.

        ກ່າວຄຳເຫັນທີ່ພິທີ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ຊີ້ແຈ້ງວ່າ:

        “ຂ້າພະເຈົ້າຫວັງວ່າ ຮູບແບບ, ວິທີການ, ມາດຕະການສຳພັດກັບການຄົ້ນຄວ້າວິທະຍາສາດ ເຕັກໂນໂລຢີໃໝ່ຂອງສະຖາບັນວິທະຍາສາດ ເຕັກໂນໂລຢີ ຫວຽດນາມ - ສ.ເກົາຫຼີ ຈະແຜ່ຂະຫຍາຍບັນດາມູນຄ່າດີງາມອອກສູ່ສັງຄົມ. ເນື່ອງໃນໂອກາດນີ້ ຕາງໜ້າໃຫ້ລັດ ແລະ ປະຊາຊົນ ຫວຽດນາມ, ຂ້າພະເຈົ້າສະແດງຄວາມຂອບໃຈມາຍັງລັດ ແລະ ປະຊາຊົນ ສ.ເກົາຫຼີ ທີ່ສະຫງວນບ້ວງທຶນອຸປະຖຳອັນລ້ຳຄ່າໃຫ້ກິດຈະກຳມິດຕະພາບ, ແທດຈິງ ແລະ ສຳຄັນຍິ່ງນີ້.

        ສ່ວນທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ເນັ້ນໜັກວ່າ: ເລື່ອງຈັດຕັ້ງພິທີວາງສີລາລຶກກໍ່ສ້າງສະຖາບັນວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ - ສ.ເກົາຫຼີ ແມ່ນຂີດໝາຍສຳຄັນໃນການໜູນຊ່ວຍການພັດທະນາພື້ນຖານວິທະຍາສາດ ແລະ ເຕັກໂນໂລຢີຂອງ ຫວຽດນາມ ກໍ່ຄືການພົວພັນສະໜິດແໜ້ນຂອງ 2 ປະເທດ ຫວຽດນາມ - ສ.ເກົາຫຼີ ໃນທຸກຂະແໜງການ, ທຸກຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ