ຫວຽດນາມ ແລະ ອີຢິບ ຊຸກຍູ້ການຮ່ວມມືໃນບັນຫາສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ

(VOVWORLD) -ທີ່ການພົບປະ, ເອກອັກຄະລັດຖະທູດ 2 ທ່ານໄດ້ຢືນຢັນການພົວພັນຮ່ວມມື 2 ຝ່າຍລະຫວ່າງ ຫວຽດນາມ - ອີຢິບ ສືບຕໍ່ມີການພັດທະນາຢ່າງຮອບດ້ານ
ຫວຽດນາມ ແລະ ອີຢິບ ຊຸກຍູ້ການຮ່ວມມືໃນບັນຫາສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ - ảnh 1(ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ພົບປະກັບທ່ານເອກອັກຄະລັດຖະທູດ Osama M.Abdelkhalek)

ວັນທີ 11 ມີນາ, ຢູ່ ນິວຢອກ, ປະເທດ ອາເມລິກາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານເອກອັກຄະລັດຖະທູດ Osama M.Abdelkhalek, ຫົວໜ້າຄະນະຜູ້ຕາງໜ້າອີຢິບ. ທີ່ການພົບປະ, ເອກອັກຄະລັດຖະທູດ 2 ທ່ານໄດ້ຢືນຢັນການພົວພັນຮ່ວມມື 2 ຝ່າຍລະຫວ່າງ ຫວຽດນາມ - ອີຢິບ ສືບຕໍ່ມີການພັດທະນາຢ່າງຮອບດ້ານ; ພ້ອມທັງແບ່ງປັນທັດສະນະ, ຫຼັກໝັ້ນໃນຫຼາຍບັນຫາຢູ່ສະຫະປະຊາຊາດ ແລະ ເຫັນດີສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາບັນຫາສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ແບ່ງປັນນະໂຍບາຍການຕ່າງປະເທດເດີນຕາມສັນຕິພາບຂອງຫວຽດນາມ. ທ່ານກໍ່ຕີລາຄາສູງການເຂົ້າຮ່ວມຢ່າງຕັ້ງໜ້າຂອງ ອີຢິບ ໃນການເຄື່ອນໄຫວຂອງຂະບວນການບໍ່ຮ່ວມກຸ່ມ, ກຸ່ມ ອາຊີ - ປາຊີຟິກ ຢູ່ສະຫະປະຊາຊາດ ແລະ ກຸ່ມເພື່ອນມິດກ່ຽວກັບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ໂດຍ ຫວຽດນາມ ຮ່ວມກໍ່ຕັ້ງ.

        ໃນຂະນະນັ້ນ, ທ່ານເອກອັກຄະລັດຖະທູດ Osama M.Abdelkhalek ຢືນຢັນຄວາມປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໃນໄລຍະຈະມາເຖິງ ເພື່ອປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ສືບຕໍ່ພັດທະນາຢ່າງແຮງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ