ຫວຽດນາມ ແລະ ອາເມລິກາຊຸກຍູ້ການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບ, ຍຸດຕິທຳ
(ພົນເອກ ເຈີນດ້າຍກວາງ, ລັດຖະມົນຕີວ່າການກະຊວງຕຳຫຼວດຫວຽດນາມ
ເຈລະຈາກັບກະຊວງປ້ອງກັນຄວາມສະຫງົບພາຍໃນອາເມລິກາ)
(vovworld) – ໂດຍສືບຕໍ່ການຢ້ຽມຢາມອາເມລິກາ, ວັນທີ 17/03, ຢູ່ນະຄອນຫຼວງ ວໍຊິງຕັນ, ພົນເອກ ເຈີນດ້າຍກວາງ, ລັດຖະມົນຕີວ່າການກະຊວງຕຳຫຼວດຫວຽດນາມ ໄດ້ມີການເຈລະຈາກັບທ່ານລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບພາຍໃນອາເມລິກາ Jeh Johnson. ກ່າວຄຳເຫັນທີ່ການເຈລະຈາ, 2 ຝ່າຍໄດ້ເຫັນດີຍົກລະດັບການພົວພັນຮ່ວມມືໃນທຸກຂົງເຂດປ້ອງກັນຄວາມສະຫງົບ, ຕະຫຼວດ, ພາຍໃນ, ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ ເລິກເຊິ່ງຂຶ້ນຕື່ມ; ສືບຕໍ່ຮັກສາກົນໄກຮ່ວມມືທີ່ມີຢູ່ແລ້ວ, ຄົ້ນຄວ້າ, ເຈລະຈາເພື່ອກ້າວໄປເຖິງການລົງນາມໃນບັນດາເອກະສານຮ່ວມມື ແນໃສ່ສ້າງພື້ນຖານນິຕິກຳໃນການພົວພັນຮ່ວມມື 2 ຝ່າຍ.
ແລະກໍ່ໃນວັນດຽວກັນ, ທ່ານພົນເອກ ເຈີນດ້າຍກວາງ ໄດ້ພົບປະເຈລະຈາກັບທ່ານນາງ Leslie Caldwell, ຜູ້ຊ່ວຍວຽກລັດຖະມົນຕີວ່າການກະຊວງຍຸຕິທຳ ແລະ ບັນດາເຈົ້າໜ້າທີ່ຂັ້ນສູງກະຊວງຍຸຕິທຳອາເມລິກາ. 2 ຝ່າຍໄດ້ເປັນເອກະພາບຍົກລະດັບການພົວພັນຮ່ວມມືໃຫ້ແທດຈິງ, ມີປະສິດທິຜົນ.
ຕອນບ່າຍວັນດຽວກັນ, ທ່ານພົນເອກ ເຈີນດ້າຍກວາງ ໄດ້ມີການພົບປະເຈລະຈາກັບບາງສະມາຊິກສະພາສູງອາເມລິກາ. ທີ່ການພົບປະ, ບັນດາສະມາຊິກສະພາສູງອາເມລິກາ ໄດ້ຢືນຢັນຄືນໃໝ່ວ່າ ສະພາສູງອາເມລິກາ ແລະ ສະພາແຫ່ງຊາດອາເມລິກາ ສະໜັບສະໜູນການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ສະໜັບສະໜູນຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ແລະ ບັນລຸຂໍ້ກຳນົດການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ໂດຍໄວ.