ຫວຽດນາມ ແລະ ອາເມລິກາ ບັນລຸໄດ້ບັນດາບາດກ້າວສຳຄັນໃນການຮ່ວມມືດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ

(VOVWORLD) -ທີ່ນະຄອນຫຼວງ ວໍຊິງຕັນ, ຕອນບ່າຍວັນທີ 25 ພຶດສະພາ, ທ່ານ James Mattis ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດຫວຽດນາມປະຈຳອາເມລິກາ ຟ້າມກວາງວິງ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດທ່ານເອກອັກຄະລັດຖະທູດສິ້ນສິດອາຍຸການປະຕິບັດໜ້າທີ່ທາງການທູດ.

ຫວຽດນາມ ແລະ ອາເມລິກາ ບັນລຸໄດ້ບັນດາບາດກ້າວສຳຄັນໃນການຮ່ວມມືດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ - ảnh 1ທ່ານ James Mattis ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ 

(ພາບ: Doan Hung/ Vietnam+)

ທ່ານ James Mattis ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ໄດ້ຕີລາຄາສູງບັນດາບາດກ້າວທີ່ສຳຄັນໃນການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາໃນໄລຍະຜ່ານມາ, ໃນນັ້ນສຳຄັນທີ່ສຸດແມ່ນການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ທ່ານ James Mattis ລັດຖະມົນຕີກະຊວງປ້ອງກັນປະເທດ ຢືນຢັນຄວາມປາດຖະໜາ ຢາກສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັບຫວຽດນາມໃນທຸກຂົງເຂດ, ສະໜັບສະໜູນຫວຽດນາມພັດທະນາແບບຍືນຍົງ, ເອກະລາດ ແລະ ວັດທະນາຖາວອນ.

        ທ່ານ James Mattis ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ກໍໄດ້ປຶກສາຫາລືແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມິຄວາມສົນໃຈ, ເລື່ອງເພີ່ມທະວີການພົວພັນ ລະຫວ່າງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) - ອາເມລິກາ, ຮັບປະກັນສັນຕິພາບ, ການປ້ອງກັນຄວາມສະຫງົບ, ການຮ່ວມມືພັດທະນາຢູ່ພາກພື້ນ, ໃນນັ້ນ ມີທັງບັນຫາຢູ່ທະເລຕາເວັນອອກ, ຮັບປະກັນສິດເສລີພາບ, ການປ້ອງກັນຄວາມໝັ້ນຄົງໃນການເດີນທະເລ, ການເດີນອາກາດ ແລະ ເຄົາລົບກົດໝາຍສາກົນ, ພິເສດແມ່ນ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລ (UNCLOS) 1982.

ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ຢັ້ງຢືນວ່າ ຫວຽດນາມຍາມໃດກໍຖືເປັນຄັນການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ ແລະ ຕີລາຄາສູງທ່າພັດທະນາຂອງການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ.

ນັກຂ່າວ VOV ປະຈຳອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ