ຫວຽດນາມ ແລະ ອາເມລິກາ ສຸມໃສ່ແກ້ໄຂ ຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະ ປົກປັກຮັກສາສັນຕິພາບ
(ພົນໂທ ຫງວຽນຈິ໋ວິ້ງພົບປະ ແລະ ເຮັດວຽກກັບ
ທ່ານປະທານສະພາສູງ Patrick Leaht)
(vovworld) – ໃນລະຫວ່າງວັນທີ 23 – 24/03, ຢູ່ນະຄອນຫຼວງ ວໍຊິງຕັນ, ປະເທດອາເມລິກາ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ, ໂດຍທ່ານລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ, ພົນໂທ ຫງວຽນຈິ໋ວິ້ງ ເປັນຫົວໜ້າຄະນະ, ໄດ້ມີບັນດາການພົບປະ ແລະ ເຮັດວຽກກັບທ່ານປະທານສະພາສູງ Patrick Leaht ແລະ ເຈົ້າໜ້າທີ່ຂັ້ນສູງກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດອາເມລິກາ. ທີ່ບັນດາການພົບປະ, 2 ຝ່າຍຖືວ່າ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ - ອາເມລິກາ ໃນປະຈຸບັນ, ສາມາດຕ້ອບສະໜອງໄດ້ຜົນປະໂຫຍດຂອງ 2 ຝ່າຍ, ແທດເໝາະກັບການພົວພັນລະຫວ່າງ 2 ປະເທດ. ກ່ຽວກັບທິດທາງຮ່ວມມືໃນໄລຍະຈະມາເຖິງ, 2 ຝ່າຍຈະສຸມໃສ່ເຂົ້າໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ ຄື: ການເກັບກູ້ລະເບີດບໍ່ທັນແຕກ ແລະ ບັນດາວັດຖຸລະເບີດ, ລ້າງພິດດີໂອຊີນ ຢູ່ບັນດາເຂດຖືກມົນລະພິດຢ່າງໜັກ, ຊອກຫາທະຫານຫາຍສາບສູນ… 2 ຝ່າຍເນັ້ນໜັກເຖິງເລື່ອງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວປົກປັກຮັກສາສັນຕິພາບ ໄດ້ສະແດງໃຫ້ເຫັນໜ້າທີ່ຮັບຜິດຊອບຂອງແຕ່ລະປະເທດສະມາຊິກສະຫະປະຊາຊາດ, ປະກອບສ່ວນຍົກສູງທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງຫວຽດນາມ ບົນເວທີສາກົນ, ສະນັ້ນ, ການຮ່ວມມື 2 ຝ່າຍໃນຂົງເຂດດັ່ງກ່າວຕ້ອງໄດ້ຮັບຄວາມເອົາໃຈໃສ່, ຍູ້ແຮງໃນໄລຍະຈະມາເຖິງ. ຝ່າຍອາເມລິກາ ກໍ່ສະແດງຄວາມປາດຖະໜາຢາກສືບຕໍ່ເພີ່ມທະວີການພົວພັນດ້ານປ້ອງກັນຊາດໃຫ້ເໝາະສົມກັບການພົວພັນລວມ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ, ບໍ່ສົ່ງຜົນສະທ້ອນເຖິງການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດອື່ນ, ເພື່ອແນໃສ່ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ.