(VOVWORLD) - ໃນລະຫວ່າງວັນທີ 20-22 ກັນຍາ, ທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ໄດ້ເດີນທາງໄປຢ້ຽມຢາມ ສ.ໂປໂລຍ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານ Jaroslaw Gowin ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງວິທະຍາສາດ ແລະ ການສຶກສາມະຫາວິທະຍາໄລ ໂປໂລຍ.
ທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ແລະ ທ່ານ Jaroslaw Gowin ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງວິທະຍາສາດ ແລະ ການສຶກສາມະຫາວິທະຍາໄລ ໂປໂລຍ (ພາບ: vov.vn)
|
ໃນການຢ້ຽມຢາມຄັ້ງນີ້, ທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ໄດ້ເຈລະຈາກັບທ່ານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງວິທະຍາສາດ ແລະ ການສຶກສາມະຫາວິທະຍາໄລ; ພົບປະກັບທ່ານປະທານສະພາສູງ; ພົບປະກັບຫົວໜ້າຫ້ອງວ່າການປະທານາທິບໍດີ ໂປໂລຍ.
ທີ່ບັນດາການພົບປະຄັ້ງຕ່າງໆ, ສອງຝ່າຍເຫັນດີເປັນເອກະພາບ ຮັກສາການພົວພັນຂັ້ນສູງ, ແລກປ່ຽນບັນດາຄະນະຜູ້ແທນທຸກຂັ້ນ, ທຸກຂະແໜງການ ແລະ ທ້ອງຖິ່ນຕ່າງໆ; ຢັ້ງຢືນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນບັນດາຂົງເຂດການຮ່ວມມືທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ໃນເວທີປາໄສຫຼາຍຝ່າຍ ແລະ ສາກົນ, ໂດຍສະເພາະແມ່ນຢູ່ສະຫະປະຊາຊາດ ແລະ ASEM. ກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ, ສອງຝ່າຍເຫັນດີສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ວິສະຫະກິດ ສອງປະເທດ ເຊື່ອມຕໍ່ຄູ່ຮ່ວມມື, ຊອກຮູ້ຕະຫຼາດ, ຊອກຫາບັນດາກາລະໂອກາດລົງທຶນໃນບັນດາຂົງເຂດທີ່ ໂປໂລຍມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການເຊັ່ນ: ກະສິກຳ, ປຸງແຕ່ງສະບຽງອາຫານ, ຜະລິດຕະພັນການຢາ, ປົກປັກຮັກສາສິ່ງແວດລ້ອມ…
ສອງຝ່າຍກໍ່ຢັ້ງຢືນວ່າຄວນເພີ່ມທະວີການຮ່ວມມືດ້ານກົດໝາຍ, ການນຳໂປໂລຍ ກໍ່ຢັ້ງຢືນວ່າພ້ອມທີ່ຈະແລກປ່ຽນບົດຮຽນດ້ານນະໂຍບາຍ ແລະ ບັນດາມາດຕະການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ ທີ່ ໂປໂລຍພວມຜັນຂະຫຍາຍ.
ທ່ານຮອງນາຍົກລັດຖະມົນຕີ ແລະ ທ່ານປະທານສະພາສູງ ໂປໂລຍ ຢັ້ງຢືນວ່າຈະສະໜັບສະໜູນຫວຽດນາມ ລົງນາມໃນສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ໂດຍໄວ ໃນປີ 2018 ແລະ ໃຫ້ສັດຕະຍາບັນ ສັນຍານີ້ໃນຕົ້ນປີ 2019.
ບັນດາການນຳໂປໂລຍ ລ້ວນແຕ່ເຫັນດີເປັນເອກະພາບສະໜັບສະໜູນ ຫຼັກໜັ້ນຂອງ ຫວຽດນາມ ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ໃນນັ້ນມີບັນຫາທະເລຕາເວັນອອກ.