ຫວຽດນາມ ແລະ ໂມຊຳບິ໋ກ ເພີ່ມທະວີ ການພົວພັນມິດຕະພາບ ແລະ ການຮ່ວມມື

ຫວຽດນາມ ແລະ ໂມຊຳບິ໋ກ ເພີ່ມທະວີ ການພົວພັນມິດຕະພາບ ແລະ ການຮ່ວມມື - ảnh 1
ທ່ານລັດຖະມົນຕີ​ກາ​ນຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ
ທ່ານ​ນາຍົກລັດຖະມົນ ​ໂມ​ຊຳ​ບິ໋ກ Alberto Vaquina
(ພາບ: Vietnam+)


(vovworld) - ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື ​ໂມ​ສາມ​ບິ໋ກ, Odemiro Baloi, ທ່ານລັດຖະມົນຕີ​ກາ​ນຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ໄດ້​ໄປ​ຢ້ຽມຢາມ​ ໂມ​ສຊຳ​ບິ໋ກ ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 08 – 09 ສິງຫາ. ​ໃນ​ການ​ເຈລະຈາ​ລະຫວ່າງ​ລັດຖະມົນຕີ 2 ທ່ານ ​ໃນ​ວັນ​ທີ 09 ສິງ​ຫາ, 2 ຝ່າຍ​ໄດ້​ຢືນຢັນ​ສືບ​ຕໍ່​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ທຸກ​ຂັ້ນ, ພ້ອມ​ທັງ​ສົມທົບ​ກັນ​ຢ່າງ​ແໜ້ນ​​ແຟ້ນ​ໃນ​ບັນດາ​ເວທີ​ປາ​ໄສ​​ພາກ​ພື້ນ ​ແລະ ສາກົນ, ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ເປີດ​ກວ້າງ​ການ​ພົວພັນ​ລະຫວ່າງ​ປະຊາ​ຄົມ​ພັດທະນາ​ພາກ​ໃຕ້​ອາ​ຟະ​ລິ​ກາ​ (SADC) ​ແລະ ອາ​ຊຽນ. ກ່ຽວ​ກັບ​ດ້ານ​ການ​ຄ້າ​ ​ແລະ ການ​ລົງທຶນ, 2 ຝ່າຍ​ເຫັນ​ດີ​ສຳ​ຫຼວດຄວາມ​ສາມາດ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື, ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບດ້ານການ​ຄ້າລະຫວ່າງ 2 ປະ​ເທດ​ໂດຍ​ໄວ.

        ທີ່​ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ ຟ່າມບິ່ງ​ມິ​ງ, ທ່ານ​ນາຍົກລັດຖະມົນ ​ໂມ​ຊຳ​ບິ໋ກ Alberto Vaquina ປາດ​ຖະໜາ​ວ່າ ຫວຽດນາມ ຈະຮ່ວມ​ມື​ໃນບັນດາ​ຂົງ​ເຂດ​ປູກ​ເຂົ້າສານ, ລ້ຽງ​ປູກ​ສິ້ນ​ໃນ​ນ້ຳ, ບຳລຸງ​ສ້າງ​ມະຫາວິທະຍາ​ໄລ ​ແລະ ສອນ​ວິຊາ​ຊີບ. ທ່ານ​ນາຍົກລັດຖະມົນຕີ Alberto Vaquina ​ໄດ້​ຕີ​ລາຄາ​ສູງ​ປະສິດທິຜົນ​ຂອງ​ບໍ່​ລິ​ສັດ​ຮ່ວມທຸລະ​ກິດ Movitel ຂອງ​ກຸ່ມ​ບໍລິສັດ​ໂທ​ລະ​ຄົມ​ກອງທັບ Viettel, ​​ເຊິ່ງໄດ້​ປະກອບສ່ວນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ ໂມ​ຊຳ​ບິ໋ກ.

ຂ່າວ/ບົດ​ອື່ນ