ຫວຽດ​ນາມ ແລະ ໂອ​ຕາ​ລິດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ສ​ະ​ພາ

(VOVWORLD) - ທ່ານປະທານປະເທດ ຫວໍວັນເຖືອງຖືວ່າ ເພື່ອເພີ່ມທະວີການຮ່ວມມືລະຫວ່າງລັດຖະສະພາ ສອງປະເທດໃນໄລຍະຈະມາເຖິງ, ສອງຝ່າຍຄວນຍູ້ແຮງການເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ.
ຫວຽດ​ນາມ ແລະ ໂອ​ຕາ​ລິດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ສ​ະ​ພາ - ảnh 1 ທ່ານປະທານປະເທດ ຫວໍວັນເຖືອງ ພົບປະກັບທ່ານນາງປະທານ ສະພາສູງ ໂອຕາລິດ Claudia Arpa
(ພາບ: TTXVN)

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການປັບປຸງ ແລະ ເພີ່ມທະວີການພົວພັນກັບ ໂອຕາລິດ, ເຊິ່ງແມ່ນຄູ່ຮ່ວມມືສຳຄັນ ແລະ ມີຄວາມໄວ້ເນື້ອເຊື່ອໃຈຂອງ ຫວຽດນາມ ຢູ່ເອີລົບ. ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຢັ້ງຢືນຄືດັ່ງກ່າວທີ່ການພົບປະກັບທ່ານນາງປະທານ ສະພາສູງ ໂອຕາລິດ Claudia Arpa ໃນວັນທີ 24 ກໍລະກົດຢູ່ ວຽນນາ.

ທ່ານປະທານປະເທດ ຫວໍວັນເຖືອງຖືວ່າ ເພື່ອເພີ່ມທະວີການຮ່ວມມືລະຫວ່າງລັດຖະສະພາ ສອງປະເທດໃນໄລຍະຈະມາເຖິງ, ສອງຝ່າຍຄວນຍູ້ແຮງການເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງຄວາມສະດວກ ໃຫ້ແກ່ການຮ່ວມມືສອງຝ່າຍ, ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສລະຫວ່າງລັດຖະສະພາຢູ່ພາກພື້ນ ແລະ ໂລກ. ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ຊຸກຍູ້ການຮ່ວມມືລະຫວ່າງລັດຖະສະພາໂອຕາລິດ ແລະ ສະພາລັດຖະສະພາ ອາຊຽນ.

ສ່ວນທ່ານປະທານສະພາສູງ ໂອຕາລິດ ໄດ້ຕີລາຄາສູງບົດບາດຕັ້ງໜ້າ, ມີຄວາມຮັບຜິດຊອບຂອງ ຫວຽດນາມ ຢູ່ເວທີປາໄສລະຫວ່າງລັດຖະສະພາຢູ່ພາກພື້ນ ແລະ ສາກົນ, ທ່ານຫວັງວ່າ ຫວຽດນາມ ຈະເປັນຂົວເຊື່ອມຕໍ່ຊຸກຍູ້ການພົວພັນລະຫວ່າງລັດຖະສະພາໂອຕາລິດ ແລະ ສະພາລັດຖະສະພາ ອາຊຽນ.

ແລະກໍ່ໃນວັນດຽວກັນ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໄປຢ້ຽມຢາມສຳນັກງານການປົກຄອງ ນະຄອນ ແລະ ພົບປະກັບທ່ານ ເຈົ້າຄອງນະຄອນ ວຽນນາ, Michael Ludwig.

ຕອບກັບ

ຂ່າວ/ບົດ​ອື່ນ