ຫວຽດນາມ ແລະ Liberia ສ້າງການພົວພັນທາງການທູດຢ່າງເປັນທາງການ
ທ່ານ ຫວູຮົ່ງນາມ ແລະ ທ່ານ McKinley Thomas
ເອກອັກຄະລັດຖະທູດ ສ. Liberia ປະຈຳ ຈີນ
(ພາບ: ສຳນັກຂ່າວສານຫວຽດນາມ)
(vovworld) - ຕອນເຊົ້າວັນທີ 28/6, ຢູ່ສຳນັກງານລັດຖະບານ, ໄດ້ດຳເນີນພິທີລົງນາມໃນ “ແຈ້ງການຮ່ວມສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ Liberia “. ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫວູຮົ່ງນາມ, ຕາງໜ້າລັດຖະບານ ຫວຽດນາມ ແລະ ທ່ານ McKinley Thomas, ເອກອັກຄະລັດຖະທູດ ສ. Liberia ປະຈຳ ຈີນ, ຕາງໜ້າລັດຖະບານ Liberia, ລົງນາມໃນແຈ້ງການຮ່ວມສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ. ດ້ວຍການສ້າງຕັ້ງການພົວພັນທາງການທູດກັບ Liberia, ຫວຽດນາມ ໄດ້ມີການພົວພັນທາງການທູດກັບ 53 ປະເທດຢູ່ ອາຟະລິກາ ແລະ 187 ປະເທດໃນໂລກ.