ຫວຽດ​ນາມ ແລະ Trinidad & Tobago ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ

(VOVWORLD) - ຫວຽດນາມ ແລະ Trinidad & Tobago ໄດ້ເຫັນດີເປັນເອກະພາບ ແລກປ່ຽນຜູ້ຕາງໜ້າກະຊວງການຕ່າງປະເທດ ຂັ້ນເອກອັກຄະລັດຖະທູດ ຕາມສົນທິສັນຍາ ວຽນ ປີ 1961 ກ່ຽວກັບການພົວພັນທາງການທູດ.
ຫວຽດ​ນາມ ແລະ Trinidad & Tobago ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ - ảnh 1ພິທີເຊັນຖະແຫຼງການຮ່ວມລະຫວ່າງສອງຝ່າຍ (ພາບ: baoquocte.vn)

ວັນທີ 1 ກຸມພາ, ຢູ່ສຳນັກງານຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຢູ່ ນິວຢອກ, ອາເມລິກາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ແລະ ທ່ານເອກອັກຄະລັດຖະທູດ Dennis Francis, ຫົວໜ້າຄະນະຜູ້ຕາງໜ້າ Trinidad & Tobago ປະຈຳ ສປຊ ໄດ້ເຊັນ “ແຈ້ງການຮ່ວມວ່າດ້ວຍການສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ປະເທດ ສສ.ຫວຽດນາມ ແລະ ສ. Trinidad & Tobago”. ຕາມນັ້ນແລ້ວ, ຫວຽດນາມ ແລະ Trinidad & Tobago ໄດ້ເຫັນດີເປັນເອກະພາບ ແລກປ່ຽນຜູ້ຕາງໜ້າກະຊວງການຕ່າງປະເທດ ຂັ້ນເອກອັກຄະລັດຖະທູດ ຕາມສົນທິສັນຍາ ວຽນ ປີ 1961 ກ່ຽວກັບການພົວພັນທາງການທູດ.

ດ້ວຍການສ້າງຕັ້ງການພົວພັນທາງການທູດກັບ Trinidad & Tobago, ປັດຈຸບັນ ຫວຽດນາມ ມີການພົວພັນທາງການທູດຢ່າງເປັນທາງການກັບ 36 ປະເທດ ທະວີບອາເມລິກາ ແລະ 192 ປະເທດ ໃນໂລກ, ຜ່ານນັ້ນສືບຕໍ່ສະແດງໃຫ້ເຫັນນະໂຍບາຍການຕ່າງປະເທດທີ່ຫັນເປັນຫຼາຍຮູບແບບ, ຫັນການພົວພັນສາກົນເປັນ ຫຼາຍຝ່າຍ, ຖືເອົາໃຈໃສ່ພັດທະນາການພົວພັນ ກັບ ພາກພື້ນອາເມລິກາ ລາຕິນ ແລະ Caribbean ຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ