ຫວຽດນາມ - ໂຮນລັງ ເພີ່ມທະວີການປົກປັກ ຮັກສາສິ່ງແວດລ້ອມ

ຫວຽດນາມ - ໂຮນລັງ ເພີ່ມທະວີການປົກປັກ ຮັກສາສິ່ງແວດລ້ອມ - ảnh 1
(ພາບ: monre.gov.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 16/12, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ໂຕະມົນ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ສົມທົບ​ກັນ​ໜູນ​ຊ່ວຍ​ການ​ພັດທະນາ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງທາງ​ພາກ​ໃຕ້​ຫວຽດນາມ. ຢູ່​ທີ່​ນີ້, ທ່ານນາງລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ໂຮ​ນລັງ Schultz Van Hagen ​ໄດ້​ມອບ​ແຜນການ​ທົ່ງ​ພຽງ​ແມ່​ນ້ຳຂອງ​ໃຫ້​​ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູວັນ​ນິງ, ຜູ້​ຕາງໜ້າ​ລັດຖະບານ​ຫວຽດນາມ. ແຜນການ​ທົ່ງ​ພຽງ​ແມ່​ນ້ຳຂອງ ​ແມ່ນ​ໝາກຜົນ​ຂອງ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ລັດຖະບານ​ຫວຽດນາມ - ​ໂຮ​ນລັງ ​ໃນກວ່າ 3 ປີຜ່ານມາ, ​ໂດຍ​ອີງ​ໃສ່​​ແບບຢ່າງ​ຂອງແຜນການ​ທົ່ງ​ພຽງ Rhine Meuse Scheld ຢູ່​ໂຮ​ນລັງ. ​ແຜນການ​ນີ້ ​ໄດ້​ຍົກ​ອອກ​ວິທີ​ພັດທະນາ​ການ​ຜະລິດ​ກະສິກຳ ອີງ​ໃສ່​ບັນດາ​ທ່າ​ແຮງ​ດ້ານທຳ​ມະ​ຊາດ​ຂອງ​ເຂດ, ບັນດາ​ຂໍ້​ສະ​ເໜີ​ແນະທີ່​ກ່ຽວຂ້ອງ​ເຖິງ​ການ​ຄຸ້ມ​ຄອງ​ແຫຼ່ງນ້ຳ ​ແລະ ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທີ່​ພວມ​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ທົ່ວ​ເຂດ. ຝ່າຍ​ຫວຽດນາມ ​ໄດ້​ປະກາດ​ບັນດາ​ສາລະບານ​ກິດຈະກຳ​ທີ່​ຕ້ອງ​ໄດ້​ຮັບ​ບຸລິມະສິດ​ລົງທຶນ ​ເພື່ອ​ຫຼຸດຜ່ອນ​ບັນດາ​ຜົນ​ກະທົບຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ສຳລັບ​ເຂດ​ທົ່ວ​ພຽງ​ແມ່​ນ້ຳຂອງ ​ແລະ ການ​ພັດທະນາ​ການ​ຜະລິດ​ຢູ່​ເຂດ​ດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ