ຫວຽດນາມ ໃຫ້ບຸລິມະສິດແກ່ບັນດາການເຄື່ອນໄຫວຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
(VOVWORLD) -ວັນທີ 7 ພະຈິກ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານເລກວາງຮູຍ ຫົວໜ້າກຳມາທິການວິທະຍາສາດ, ເຕັກໂນໂລຢີ ແລະ ສິ່ງແວດລ້ອມ ຂອງ ສະພາແຫ່ງຊາດ ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະສະພາຢູ່ ກອງປະຊຸມບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (IPU COP26) ຢູ່ Glasgow, ລາຊະອານາຈັກອັງກິດ.
ຢູ່ IPU COP26, ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມປະກອບຄຳເຫັນໃນ 3 ກອງປະຊຸມປຶກສາຫາລືຫົວເລື່ອງ, ລວມມີ: ກອງປະຊຸມຮຽກຮ້ອງການກະທຳ ຂອງລັດຖະສະພາສຳລັບບັນຫາການປ່ຽນແປງຂອງດິນຟ້າອາກາດ, ກອງປະຊຸມປຶກສາຫາລືກ່ຽວກັບການເງິນ ໃຫ້ແກ່ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ກອງປະຊຸມປຶກສາຫາລືກ່ຽວກັບຄວາມສູນເສຍ ແລະ ຜົນເສຍຫາຍຍ້ອນການປ່ຽນແປງຂອງດິນຟ້າອາກາດ.
ທີ່ກອງປະຊຸມປຶກສາຫາລືກ່ຽວກັບຄວາມສູນເສຍ ແລະ ຜົນເສຍຫາຍຍ້ອນການປ່ຽນແປງຂອງດິນຟ້າອາກາດ, ຄະນະຜູ້ແທນ ຫວຽດນາມ ໄດ້ເນັ້ນໜັກວ່າ ຫວຽດນາມ ຈະໃຫ້ບຸລິມະສິດແກ່ບັນດາການເຄື່ອນໄຫວຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ພ້ອມກັບປະຊາຄົມສາກົນ ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ມຸ່ງໄປເຖິງພື້ນຖານເສດຖະກິດທີ່ມີທາດກາກບອນຢູ່ລະດັບຕ່ຳ.
ຢູ່ນອກກອງປະຊຸມ, ທີ່ການພົບປະກັບທ່ານເລຂາທິການໃຫຍ່ ສະຫະພັນລັດຖະສະພາສາກົນ , ທ່ານເລກວາງຮຸຍ ຫົວໜ້າຄະນະຜູ້ແທນ ຫວຽດນາມ ໄດ້ຢັ້ງຢືນວ່າ ຫວຽດນາມ ມີຄວາມເອົາໃຈໃສ່ຕໍ່ ຫົວຂໍ້ພັດທະນາແບບຍືນຍົງ ແລະ ການປ່ຽນແປງຂອງດິນຟ້າອາກາດ ແລະ ຄາດວ່າ ຈະມີບັນດາການກະທຳຕໍ່ໄປ ເພື່ອປະຕິບັດການຫັນບັນດາຄຳໝັ້ນສັນຍາສາກົນ ໃນຂົງເຂດນີ້ ເຂົ້າລະບົບກົດໝາຍ ໃຫ້ປະກົດຜົນເປັນຈິງ ແລະ ປະຕິບັດການຕິດຕາມກວດກາການປະຕິບັດກົດໝາຍ ຢູ່ ຫວຽດນາມ ໃນໄລຍະຈະມາເຖິງ.