ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກ ຄະນະກໍາມະການກົດໝາຍການຄ້າສາກົນຂອງສະຫະປະຊາຊາດ

(VOVWORLD) -ດ້ວຍຈໍານວນບັດສະໜັບສະໜູນ 157/193, ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກຄະນະກໍາມະການກົດໝາຍການຄ້າສາກົນຂອງ ສປຊ

ຕອນເຊົ້າວັນທີ 18 ທັນວາ, ທີ່ການເລືອກຕັ້ງໃນຂອບເຂດກອງປະຊຸມຊຸດທີ 73 ຂອງ ສະມັດຊາໃຫຍ່ສະຫະປະຊາຊາດ ທີ່ໄດ້ດໍາເນີນຢູ່ ນິວຢອກ, ດ້ວຍຈໍານວນບັດສະໜັບສະໜູນ 157/193, ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກຄະນະກໍາມະການກົດໝາຍການຄ້າສາກົນຂອງ ສປຊ  (UNCITRAL) ອາຍຸການ 2019 – 2025. ເລື່ອງເປັນຄັ້ງທໍາອິດຫວຽດນາມປະສົມຜົນສໍາເລັດໃນການລົງສະໝັກເລືອກຕັ້ງເປັນສະມາຊິກຂອງ ຄະນະກໍາມະການກົດໝາຍການຄ້າສາກົນຂອງ ສປຊ,  ໄດ້ສະແດງໃຫ້ເຫັນທີ່ຕັ້ງບົດບາດ, ອິດທິພົນຊື່ສຽງຂອງຫວຽດນາມ ຢູ່ລະດັບສາກົນນັບມື້ນັບສູງຂຶ້ນ, ການພົວພັນມິດຕະພາບໄດ້ຮັບການເປີດກວ້າງ ແລະ ການຮັບຮູ້ຂອງປະຊາຄົມສາກົນ ສໍາລັບບັນດາຜົນງານຂອງວິວັດແຫ່ງການປ່ຽນແປງໃໝ່, ພັດທະນາເສດຖະກິດ, ການຄ້າ ກໍຄືການປະກອບສ່ວນ, ຄວາມຕັ້ງໜ້າ, ຄວາມມານະພະຍາຍາມ, ມີຄວາມຮັບຜິດຊອບຂອງຫວຽດນາມ ຕໍ່ວຽກງານລວມຂອງປະຊາຄົມສາກົນ, ໃນນັ້ນ ມີຂົງເຂດກົດໝາຍການຄ້າສາກົນ. ບໍ່ພຽງແຕ່ເທົ່ານັ້ນ, ຫາກຍັງໄດ້ສ້າງຂີດໝາຍໃຫ້ບາດກ້າວຕໍ່ໄປໃນການເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບນິຕິກໍາຫຼາຍຝ່າຍ, ເປັນເຈົ້າການໃນການເຂົ້າຮ່ວມການສ້າງກົດລະບຽບຢູ່ລະດັບສາກົນ, ຮັບປະກັນສິດຜົນປະໂຫຍດແຫ່ງຊາດ. ໄປຄຽງຄູ່ກັນນັ້ນ, ກໍ່ໄດ້ສ້າງກາລະໂອກາດໃຫ້ຫວຽດນາມໃນການເພີ່ມທະວີການທາບທາມ, ຖອດຖອນບົດຮຽນຈາກເພື່ອນມິດສາກົນ ເພື່ອປະຕິບັດສໍາເລັດກອບກົດໝາຍພາຍໃນປະເທດ ຕາມທິດເໝາະສົມກັບມາດຖານລວມ, ສ້າງສະພາບແວດລ້ອມແຫ່ງການຫລົງທຶນ, ດໍາເນີນທຸລະກິດຢ່າງສະດວກ ເພື່ອເປົ້າໝາຍພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ