ທ່ານ Toshihiro Nikai, ປະທານກຳມາທິການງົບປະມານສະພາຕຳ່ ຍີ່ປຸ່ນ
(ພາບ: Nhan Sáng/TTXVN)
(vovworld) – ຕອນບ່າຍວັນທີ 28/7, ຢູ່ຮ່າໂນ້ຍ, ທ່ານ ໂຕຮູຍເຮື໋ອ, ກຳມະການກົມການເມືອງ, ຫົວໜ້າຄະນະຈັດຕັ້ງສູນກາງ, ປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ຫວຽດນາມ - ຍີ່ປຸ່ນ ໄດ້ໃຫ້ການຕ້ອນຮັບທ່ານ Toshihiro Nikai, ປະທານກຳມາທິການງົບປະມານສະພາຕຳ່ ຍີ່ປຸ່ນ, ປະທານພັນທະພາບສະມາຊິກສະພາແຫ່ງຊາດມິດຕະພາບ ຍີ່ປຸ່ນ - ຫວຽດນາມ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານໂຕຮູຍເຮື໋ອ ຢືນຢັນວ່າ: ຍາມໃດ ຫວຽດນາມ ກໍ່ຖືການຄຸ້ມຄອງ ແລະ ການນຳໃຊ້ແຫຼ່ງທຶນ ODA ຢ່າງມີປະສິດທິຜົນ, ຖືກຕ້ອງຕາມຈຸດປະສົງ, ໃຫ້ຄຳໝັ້ນສັນຍາເພີ່ມທະວີການກວດກາ, ຕິດຕາມກວດກາການປະຕິບັດແຫຼ່ງທຶນນີ້ກ່ວາອີກ. ທ່ານ ໂຕຮູຍເຮື໋ອ ສະເໜີໃຫ້ບັນດາສະມາຊິກຂອງສອງກຸ່ມສະມາຊິກສະພາແຫ່ງຊາດ ມິດຕະພາບສືບຕໍ່ເອົາໃຈໃສ່ຍູ້ແຮງການຮ່ວມມືລະຫວ່າງ ຫວຽດນາມ - ຍີ່ປຸ່ນ ໃນທຸກຂົງເຂດ, ພິເສດແມ່ນໃນຂົງເຂດກະສິກຳ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ.
ທ່ານ Toshihiro Nikai ເນັ້ນໜັກວ່າ: ໃນຖານະເປັນປະທານພັນທະພາບສະມາຊິກສະພາແຫ່ງຊາດມິດຕະພາບ ຍີ່ປຸ່ນ - ຫວຽດນາມ ກໍ່ຄືໃນຖານະເປັນລັດຖະມົນຕີເສດຖະກິດ, ການຄ້າ ແລະ ອຸດສາຫະກຳກ່ອນນີ້ ຍາມໃດທ່ານກໍ່ປາດຖະໜາຢາກປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດຢ່າງຮອບດ້ານ ແລະ ແທດຈິງກ່ວາອີກ.