ຫົວໜ້າຄະນະໂຄສະນາສຶກສາສູນກາງພັກຫວໍວັນເທື໋ອງໄປຢ້ຽມຢາມ,ອວຍພອນພະນັກງານຂະແໜງສາທາລະນະສຸກ

(VOVWORLD) -ທ່ານ ຫວໍວັນເທືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ຮັບຮູ້ ບັນດາຄວາມມານະພະຍາຍາມຂອງຂະແໜງສາທາລະນະສຸກໃນໄລຍະຜ່ານມາ.

ຫົວໜ້າຄະນະໂຄສະນາສຶກສາສູນກາງພັກຫວໍວັນເທື໋ອງໄປຢ້ຽມຢາມ,ອວຍພອນພະນັກງານຂະແໜງສາທາລະນະສຸກ - ảnh 1ທ່ານຫວໍວັນເທືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ລົງຢ້ຽມຢາມ ແລະ ອວຍພອນການນຳກະຊວງສາທາລະນະສຸກ

(ພາບ: TTXVN)

ຕອນບ່າຍວັນທີ 14 ກຸມພາ, ທ່ານຫວໍວັນເທືອງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ລົງຢ້ຽມຢາມ ແລະ ອວຍພອນການນຳກະຊວງສາທາລະນະສຸກ, ພະນັກງານ, ພາລະກອນ, ຜູ້ອອກແຮງງານຂະແໜງສາທາລະນະສຸກ ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນແພດໝໍຫວຽດນາມ (27 ກຸມພາ 1955 – 27 ກຸມພາ 2020). ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມໄດ້ເຂົ້າຮ່ວມ.

          ນະທີ່ນີ້, ທ່ານ ຫວໍວັນເທືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ຮັບຮູ້ ບັນດາຄວາມມານະພະຍາຍາມຂອງຂະແໜງສາທາລະນະສຸກໃນໄລຍະຜ່ານມາ. ເຖິງຢ່າງໃດກໍ່ຕາມ, ວັນທີ 27 ກຸມພາ ປີນີ້ແມ່ນພິເສດກວ່າ  ຍ້ອນວ່າ ນີ້ແມ່ນຈຸດເວລາທີ່ທັງລະບົບການເມືອງຫວຽດນາມ ເວົ້າສະເພາະ ແລະ ຫຼາຍປະເທດເວົ້າລວມ ພວມສຸມກຳລັງແຮງສະກັດກັ້ນການແຜ່ລະບາດຂອງເຊື້ອໄວຣັດ Covid – 19. ສິ່ງດັ່ງກ່າວໄດ້ຮຽກຮ້ອງໃຫ້ພະນັກງານຂະແໜງສາທາລະນະສຸກ ຕ້ອງມີຄວາມມານະພະຍາຍາມໃຫ້ຫຼາຍກວ່າອີກ ເພື່ອຄວາມປອດໄພລວມຂອງທົ່ວປະເທດ, ບໍ່ປະໃຫ້ເຊື້ອພະຍາດແຜ່ລາມ.

ຕອບກັບ

ຂ່າວ/ບົດ​ອື່ນ