ຫ້ອງວ່າການປະທານປະເທດຫວຽດນາມ-ລາວຍູ້ແຮງການຮ່ວມມືລະຫວ່າງບັນດາກະຊວງ,ຂະແໜງການ,ທ້ອງຖິ່ນ

ຫ້ອງວ່າການປະທານປະເທດຫວຽດນາມ-ລາວຍູ້ແຮງການຮ່ວມມືລະຫວ່າງບັນດາກະຊວງ,ຂະແໜງການ,ທ້ອງຖິ່ນ - ảnh 1
ທ່ານ​ປະທານ​ປະ​ເທດ ເຈືອງ​ເຕີ໋ນຊາງ ​​
ຕ້ອນຮັບ  ທ່ານ ພົງ​ສະຫວັດ ບຸບຜາ
(ພາບ: nguyenkhang/TTXVN)

(vovworld) ຕອນ​ເຊົ້າ​ວັນ​ທີ 5/8, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ໄດ້​ໃຫ້ການ​ຕ້ອນຮັບ ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ປະທານ​ປະ​ເທດ ລາວ ທ່ານ ພົງ​ສະຫວັດ ບຸບຜາ ພ້ອມ​ຄະນະ​ຜູ້​ແທນ​ຫ້ອງ​ວ່າການ​ປະທານ​ປະ​ເທດ ລາວ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຊົມ​ເຊີຍ ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ຄະນະ​ຜູ້​ແທນ​ຫ້ອງ​ວ່າການ​ປະທານ​ປະ​ເທດ ສປປ ລາວ, ຜ່ານ​ນັ້ນ​ນັບ​ມື້​ນັບ​ຮັດ​ແໜ້ນ​ການ​ພົວພັນ​ລະຫວ່າງ 2 ຫ້ອງ​ວ່າການ​ປະທານ​ປະ​ເທດ ຫວຽດນາມ ​ແລະ ສປປ ລາວ ກ່ວາ​ອີກ. ປະກອບສ່ວນ​ເຂົ້າ​ໃນ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ. ​ເມື່ອຕີ​ລາຄາ​ສູງ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນລະຫວ່າງ 2 ຫ້ອງ​ວ່າການ​ປະທານ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຖື​ວ່າ: 2 ປະ​ເທດ​ພວມ​ກະກຽມກ້າວ​ເຂົ້າ​ສູ່ໄລຍະ​ພັດທະນາ​ໃໝ່​ຂອງ 5 ປີ​ຕໍ່​ໜ້າ, ​ໃນ​ນັ້ນ ປີ 2016,  ທັງ 2 ພັກລ້ວນ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ພັກທົ່ວ​ປະ​ເທດ. ດັ່ງ​ນັ້ນ​ຈຶ່ງ​ມີຫລາຍວຽກ​ງານ​ຕ້ອງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ ​ແລະ ຮ່ວມ​ມື​. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ສະ​ເໜີ​ວ່າ, ພ້ອມ​ກັບ​ການຍູ​້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຫ້ອງ​ວ່າການ​ປະທານ​ປະ​ເທດ 2 ປະ​ເທດກວ່າ​ອີກ, ​ເພື່​ອຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​. ​ທ່ານ​ຍັງເນັ້ນ​ໜັກວ່າ, ​ ​ທ້າຍ​ປີ 2015 ຈະ​ສ້າງ​ຕັ້ງ​ປະຊາ​ຄົນ ອາ​ຊຽນ ​ແລະ ປີ 2016 ລາວ ຈະ​​ເປັນປະທານ ອາຊຽນ, ທ່ານ​ປະທານ​ປະ​ເທດ ຢືນຢັນວ່າ: ຫວຽດນາມ ຈະ​ຊ່ວຍ​ເຫຼືອ ລາວ ຮັບດຳລົງ​ຕຳ​ແໜ່ງ​ເປັນ ປະທານ ອາ​ຊຽນ ສຳ​ເລັດ​ຜົນ. ​

ຂ່າວ/ບົດ​ອື່ນ