(vovworld) - ຕອນບ່າຍວັນທີ 20/11, ຢູ່ສຳນັກງານຫ້ອງວ່າການສະພາແຫ່ງຊາດ ໄດ້ດຳເນີນພິທີລົງນາມ “ກົດລະບຽບປະສານງານລະຫວ່າງຫ້ອງວ່າການສະພາແຫ່ງຊາດ ແລະ ກະຊວງຕຳຫຼວດ ໃນວຽກງານຮັບປະກັນຄວາມສະຫງົບປອດໄພໃນການເຄື່ອນໄຫວຂອງສະພາແຫ່ງຊາດ”. ກົດລະບຽບເລີ່ມມີຜົນສັກສິດແຕ່ວັນທີ 1/1/2013, ໃນນັ້ນກຳນົດຢ່າງລະອຽດກ່ຽວກັບເນື້ອໃນ ແລະ ຂັ້ນຕອນ, ວິທີປະສານງານ, ການຈັດຕັ້ງປະຕິບັດ, ແບ່ງໜ້າທີ່ຢ່າງລະອຽດ, ຈະແຈ້ງຂອງແຕ່ລະຫົວໜ່ວຍ, ອົງການຮັບໃຊ້ວຽກງານຮັບປະກັບຄວາມປອດໄພຢ່າງເດັດຂາດໃຫ້ແກ່ບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ, ຂອງຄະນະປະຈຳສະພາແຫ່ງຊາດ ແລະ ບັນດາອົງການຂອງສະພາແຫ່ງຊາດ; ສະມາຊິກສະພາແຫ່ງຊາດ ກໍຄືການເຄື່ອນໄຫວພົວພັນຕ່າງປະເທດຂອງສະພາແຫ່ງຊາດ ແລະ ຫັນມະຕິຂອງສະພາແຫ່ງຊາດເປັນລະບຽບການກ່ຽວກັບເລື່ອງສືບຕໍ່ປັບປຸງ, ປ່ຽນໃໝ່ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ. ກ່າວຄຳເຫັນທີ່ພິທີລົງນາມ, ທ່ານນາງຮອງປະທານສະພາແຫ່ງຊາດ Tong Thi Phong ສະເໜີໃຫ້ສອງອົງການຕ້ອງກໍ່ສ້າງໂຄງການເຄື່ອນໄຫວຢ່າງລະອຽດໂດຍໄວ ເພື່ອຜັນຂະຫຍາຍກົດລະບຽບໃນສະພາບການໃໝ່ເປັນຢ່າງດີ.
“ໃນໄລຍະຈະມາເຖິງ, ພວກເຮົາຜັນຂະຫຍາຍບັນດາເນື້ອໃນທີ່ກ່ຽວຂ້ອງເຖິງກອງປະຊຸມສາກົນ ເຊິ່ງລັດຖະສະພາບັນດາປະເທດອາຊຽນ ໄດ້ມອບໝາຍໃຫ້ພວກເຮົາ, ນັ້ນແມ່ນຈະມີກອງປະຊຸມສາກົນສະເພາະຫົວເລື່ອງຕ່າງໆ ຖືກຈັດຂຶ້ນຢູ່ຫວຽດນາມ. ບັນດາກອງປະຊຸມສາກົນເຊິ່ງພວກເຮົາເຂົ້າຮ່ວມ, ນັບທັງໃນກຸ່ມອາຊຽນ, ລັດຖະສະພາລະຫວ່າງຊາດອາຊີ - ປາຊີຝີກ, ພິເສດພວກເຮົາເປັນເຈົ້າພາບ ແລະ ຈັດຕັ້ງກອງປະຊຸມລັດຖະສະພາໂລກຢູ່ຫວຽດນາມ ໃນປີ 2015”