ຫາງສຽງຕີລາຄາສູງເລື່ອງລັດເຊຍຖອນສິດແຊກແຊງດ້ານການທະການເຂົ້າບັນດາຢູແກຼນ

ຫາງສຽງຕີລາຄາສູງເລື່ອງລັດເຊຍຖອນສິດແຊກແຊງດ້ານການທະການເຂົ້າບັນດາຢູແກຼນ - ảnh 1
ທະຫານຢູແກຼນ   (ພາບ : AP)

(vovworld)- ຂໍ້​ຕົກລົງ​ຂອງ​ສະພາ​ສະຫະພັນ ( ສະພາ​ສູງ) ລັດ​ເຊຍ​ໄດ້​ລົບ​ລ້າງ​ມະຕິ​ສະບັບ​ໜຶ່ງ​ອະນຸຍາດ​ຈັດ​ສົ່ງ​ທະຫານ​ໄປ​ຍັງ​ຢູ​ແກຼນ ​ໄດ້​ຮັບ​ປະຕິກິ​ລີ​ຍາ​ທີ່​ຕັ້ງໜ້າ​ຈາກ​​ຢູ​ແກຼນ ​ແລະ ບັນດາ​ປະ​ເທດ​ສຳພັນ​ທະ​ມິດ​ຝ່າຍ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ນີ້.

    ກ່າວ​ຄຳ​ເຫັນ​ກັບ​ນັກ​ຂ່າວ​ຢູ່​ບຣຸກ​ແຊນ ປະ​ເທດ​ແບນ​ຊິກ​ເມື່ອ​ວັນ​ທີ 25/6, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຢູ​ແກຼນ Klimkin ຊຶ່ງ​ພວມ​ເຂົ້າ​ຮ່ວມກອງ​ປະຊຸມ​ຂອງ​ອົງການ NATO ຢືນຢັນ​ວ່າ ນີ້​ແມ່ນ​ບາດກ້າວ​ເດີນ​ທີ່​ຕັ້ງໜ້າ, ຈຳ​ເປັນ ​ແລະ ສຳຄັນ. ນັກ​ການ​ເມືອງ​ຄົນ​ນີ້​ໄດ້​ສະ​ແດງ​ຄວາມ​ຫວັງ​ວ່າ ມົດສກູ​ຈົ່ງ​ມີ​ການ​ກະທຳ​ຄ້າຍຄື​ກັນ​ຕື່ມ​ອີກ, ລະອຽດ​ແມ່ນ​ການ​ສະໜັບສະໜູນ​ແຜນການ​ສັນຕິພາບ​ຂອງ​ອຳນາດ​ການ​ປົກຄອງ ກີ​ແອບ. ລັດຖະມົນຕີ​ການ​ຕ່າງປະ​ເທດ​ຢູ​ແກຼນ Klimkin ຍັງ​ຊີ້​ແຈ້ງວ່າ ກີ​ແອບ​ຈະ​ປະຕິບັດ​ຕາມ​ຕາມ​ຄຳ​ສັ່ງ​ຢຸດ​ຍິງ​ພຽງ​ລຳພັງ​ຝ່າຍ​ດຽວ ​ໂດຍ​ບໍ່​ຫົວຊາ​ຕໍ່​ການ​ທີ່​ກຸ່ມ​ຄົນ​ທ່ວງ​ເອົາ​ການ​ຫັນ​ເປັນ​ສະຫະພັນ ຫາ​ກໍ​ຍິງ​ເຮືອບິນ​ເອລີກ​ອບ​ເຕີ​ລຳ​ໜຶ່ງຂອງທະຫານ​ຢູ​ແກຼນຕົກ, ​ເຮັດ​ໃຫ້​ທະຫານ 9 ຄົນ​ເສຍ​ຊີວິດ.

ຂ່າວ/ບົດ​ອື່ນ