ຝ່າຍຄ້ານບົນຖະໜົນ Aleppo (ພາບ: Lenta)
(vovworld) - ວັນທີ 15/11, ຝລັ່ງຍົກອອກຄວາມສາມາດສະໜອງອາວຸດທີ່ມີລັກສະນະປ້ອງກັນໃຫ້ຝ່າຍຄ້ານຢູ່ຊີຮີ. ເຖິງຢ່າງໃດກໍ່ຕາມ, ລັດເຊຍໄດ້ຄັດຄ້ານຢ່າງແຮງ ແລະ ຖືວ່າ, ການກະທຳຄືດັ່ງກ່າວຈະ ”ລະເມີດກົດໝາຍສາກົນ” ໃນຂະນະນັ້ນ, ອາເມລິກາພັດລະມັດລະວັງຕໍ່ບັນຫານີ້. ຢູ່ປາຮີ, ລັດຖະມົນຕີການຕ່າງປະເທດຝລັ່ງ Laurent Fabius ຖືວ່າ, ຄວນພິຈາລະນາ ປັດເຂ່ຍອາວຸດທີ່ມີລັດສະນະປ້ອງກັນອອກຈາກຄຳສັ່ງຂວ້ຳບາດເກືອດຫ້າມອາວຸດໃນປະຈຸບັນ ເຊິ່ງສະຫະພາບເອີລົບ (EU) ໄດ້ຈັດວາງສຳລັບຊີຮີ ເພື່ອຊ່ວຍໃຫ້ຝ່າຍຄ້ານຕ້ານຄືນລະບອບຂອງປະທານາທິບໍດີ Bashar al Assad. ແຕ່ທັດສະນະນີ້ ໄດ້ຮັບການຄັດຄ້ານຈາກມົດສະກູໃນທັນທີ. ໂຄສົກກະຊວງການຕ່າງປະເທດລັດເຊຍເວົ້າວ່າ, ນີ້ແມ່ນ ”ການລະເມີດບັນດາມາດຖານອັນເປັນພື້ນຖານຂອງກົດໝາຍສາກົນຢ່າງຮ້າຍແຮງ”. ສ່ວນປະທານາທິບໍດີອາເມລິກາ Barack Obama ພັດສະແດງຄວາມລະມັດລະວັງ, ໂດຍເນັ້ນໜັກວ່າ, ວໍຊິງຕັນຊົມເຊີຍພັນທະມິດຝ່າຍຄ້ານທີ່ຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນ, ແຕ່ບໍ່ທັນກຽມພ້ອມຮັບຮູ້ຢ່າງສົມບູນ.