ຫາງສຽງສາກົນປະຕິກິລິຍາກ່ຽວກັບເລື່ອງ ສປປ.ເກົາຫຼີ ຍິງລູກສອນໄຟນຳວິຖີ
ຫາງສຽງສາກົນປະຕິກິລິຍາກ່ຽວກັບເລື່ອງ ສປປ.ເກົາຫຼີ ຍິງລູກສອນໄຟນຳວິຖີ
(ພາບ: AFP/TTXVN)
(vovworld) - ວັນທີ 13/02, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ KCNA ໃຫ້ຮູ້ວ່າ: ສປປ ເກົາຫຼີ ຮັບຮູ້ວ່າ ປະເທດນີ້ໄດ້ຍິງທົດລອງລູກສອນໄຟນຳວິຖີສຳເລັດຜົນ. ສື່ຂ່າວຂອງ KCNA ຊີ້ແຈ້ງວ່າ: “ລູກສອນໄຟນຳວິຖີດິນຕໍ່ດິນໄລຍະກາງ Pukguksong – 2 ໄດ້ຍິງທົດລອງສຳເລັດຜົນໃນວັນທີ 12/02”. ກ່ອນໜ້ານັ້ນ ກະຊວງປ້ອງກັນປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ ລູກສອນໄຟດັ່ງກ່າວ ຖືກຍິງຈາກຖານທີ່ໝັ້ນກອງທັບອາກາດ Banghyon ຂຶ້ນກັບແຂວງ Ryongan ເໜືອຂອງ ສປປ.ເກົາຫຼີ ບິນສູ່ທະເລ ຍີ່ປຸ່ນ.
ກ່ຽວກັບເຫດການສປປ.ເກົາຫຼີ ຍິງລູກສອນໄຟນຳວິຖີສຳເລັດຜົນໃນວັນທີ 12/02, ຫລາຍປະເທດໃນໂລກໄດ້ຕຳໜິຕິຕຽນ. ສ.ເກົາຫຼີ ໃຫ້ຮູ້ວ່າ: ລັດຖະບານປະເທດນີ້ ໄດ້ຮຽກໂຮມປະຊຸມດ່ວນໃນຕອນເຊົ້າວັນທີ 13/02 ເພື່ອຕີລາຄາລະດັບຜົນສະທ້ອນຕໍ່ ເສດຖະກິດ, ພິເສດແມ່ນຕີລາຄາຕະຫລາດການເງິນສາກົນ ພາຍຫລັງເຫດ ສປປ.ເກົາຫຼີ ຍິງລູກສອນໄຟນຳວິຖີ.
ວັນທີ 12/02 ສະຫະພາບ ເອີລົບ (ອີຢູ) ໄດ້ຕຳໜິຕິຕຽນເລື່ອງ ສປປ.ເກົາຫຼີ ຍິງທົດລອງລູກສອນໄຟນຳວິຖີ, ເມື່ອຢືນຢັນວ່າ ນີ້ແມ່ນບາດກ້າວ “ເກາະຜິດ ແລະ ບໍ່ສາມາດຮັບຮູ້ໄດ້” ທັງແມ່ນການລະເມີດຕໍ່ມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.
ວັນທີ 12/02, ບັນດາພັກກຳອຳນາດ ແລະ ພັກຝ່າຍຄ້ານຕ່າງໆຢູ່ ຍີ່ປຸ່ນ ໄດ້ກ່າວປະນາມ ສປປ.ເກົາຫຼີ ຍິງທົດລອງລູກສອນໄຟນຳວິຖີ. ບັນດາການນຳພັກປະຊາທິປະໄຕເສລີ (LDP) ກຳອຳນາດ ໄດ້ເຫັນດີເປັນເອກະພາບຮຽກຮ້ອງລັດຖະບານນຳໃຊ້ບັນດາມາດຕະການເຄັ່ງຄັດ, ໃນນັ້ນມີບັນດາຄຳສັ່ງລົງໂທດໃໝ່ທີ່ເລັ່ງໃສ່ ສປປ.ເກົາຫຼີ.