ຫາງສຽງອາເມລິກາຕໍ່ການຢ້ຽມຢາມຫວຽດນາມຂອງປະທານາທິບໍດີ Barack Obama
ການປະຊຸມຂ່າວກ່ຽວກັບການຢ້ຽມຢາມຫວຽດນາມຂອງປະທານາທິບໍດີອາເມລິກາ Barack Obama |
(vovworld)- ຫວຽດນາມ ແລະ ອາເມລິກາໄດ້ຜ່ານຜ່າອະດີດຕະການຈາກສົງຄາມ, ພ້ອມກັນແບ່ງປັນຫຼາຍຜົນປະໂຫຍດຮ່ວມ ແລະ ແງ່ຫວັງແຫ່ງການພົວພັນລະຫວ່າງ 2 ປະເທດແມ່ນບໍ່ອາດຕ່າວປີ້ນໄດ້. ນັ້ນແມ່ນຂໍ້ສັງເກດລວມຈາກຫາງສຽງອາເມລິກາພາຍຫຼັງການຢ້ຽມຢາມຫວຽດນາມຂອງປະທານາທິບໍດີອາເມລິກາ Barack Obama . ຕາມການຕີລາຄາຂອງບັນດາຜູ້ຊ່ຽວຊານແລ້ວ, ການຢ້ຽມຢາມຫວຽດນາມຂອງປະທານາທິບໍດີອາເມລິກາ Barack Obama ແມ່ນປະສົບຜົນສຳເລັດດ້ວຍຂີດໝາຍໃຫຍ່ຫຼາຍຢ່າງໃນການພົວພັນ 2 ຝ່າຍເຊັ່ນ: ໄດ້ຍົກເລີກການຂວ້ຳບາດດ້ານອາວຸດສຳລັບຫວຽດນາມ, ບັນດາສັນຍາເສດຖະກິດທີ່ມູນຄ່ານັບຕື້ USD , ຂໍ້ຕົກລົງກ້ຽວກັບການຕ້ານການປ່ຽນແປງຈາກດິນຟ້າອາກາດ. ຜູ້ອຳນວຍການໂຄງການອາຊີຕາເວັນອອກສ່ຽງໃຕ້ຂອງສູນຄົ້ນຄ້ວາ ສທາຍຊັນ Richard Cronin ໃຫ້ຮູ້ວ່າ :
“ ນີ້ແມ່ນໝາກຜົນທີ່ໜ້າປະທັບໃຈທີ່ສຸດໃນການພົບປະລະຫວ່າງບັນດາການນຳລະຫວ່າງ 2 ປະເທດ. ຈຸດປະສົງຂອງ ຍົກເລີກການຂວ້ຳບາດດ້ານອາວຸດຫຼືຊ່ວຍເຫຼືອອາວຸດໃຫ້ແກ່ຫວຽດນາມ ບໍ່ແມ່ນການຍຸຍົງສົ່ງເສີມການປະທະກັນ, ຫາກແມ່ນເພື່ອເພີ່ມທະວີກຳລັງແຮງໃຫ້ແກ່ຫວຽດນາມ. ພວກເຮົາຄວນຢັ້ງຢືນຕໍ່ຄວາມຈິງວ່າ ເລື່ອງປະເທດໃຫຍ່ບີບບັງຄັບປະເທດນ້ອຍ ຈະກໍ່ສະພາບຂາດສະຖຽນລະພາບ ”
ສ່ວນສາດສະດາຈານ ຝ້າມກວາງຮຶງ ສັງກັດມະຫາວິທະຍາໄລ ວີຈີເນຍ ໃຫ້ຮູ້ວ່າ :
“ ຂ້າພະເຈົ້າພາກພູມໃຈ ແລະ ຕື້ນຄັນໃຈເມື່ອສັງເກດເຫັນວ່າ ການຢ້ຽມຢາມຫວຽດນາມຂອງປະທານາທິບໍດີອາເມລິກາ Barack Obama ແມ່ນປະສົບຜົນສຳເລັດຢ່າງດີງາມ ດ້ວຍການຕ້ອນຮັບຢ່າງສະໜິດສະໜົມຂອງປະຊາຊົນຫວຽດນາມ. ຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດຕໍ່ໜ້າຄຳຖະແຫຼງປະກາດຂອງປະທານາທິບໍດີອາເມລິກາ Barack Obama ກ່ຽວກັບການຍົກເລີກຄຳສັ່ງຂວ້ຳບາດດ້ານອາວຸດ ແລະ ໃຫ້ການຮ່ວມມືປ້ອງກັນຄວາມສະຫງົບບົນທະເລຕາເວັນອອກ. ການຢ້ຽມຢາມກໍເປັນການເປີດກ້ວາງການພົວພັນລະຫວ່າງ 2 ປະເທດອອກສູ່ຫຼາຍຂົງເຂດເຊັ່ນ: ເສດຖະກິດ, ການສຶກສາ, ການປ້ອງກັນຄວາມສະຫງົບ... ”