(vovworld) - ພາຍຫລັງຂໍ້ຕົກລົງຢຸດຍິງລະຫວ່າງ ອິດສະຣາແອນ ແລະ ຂະບວນການອິດສະລາມ Hamas ພວມຄວບຄຸມຢູ່ເຂດ Gaza ໄດ້ຮັບການປະກາດໃນຕອນຄຳ່ວັນທີ 21/11, ເລຂາທິການໃຫຍ່ສະຫະປະຊາຊາດ(ສປຊ) Ban Ki Moon ໄດ້ອອກສຽງຊົມເຊີຍເລື່ອງສອງຝ່າຍຍອມຮັບການຢຸດຍິງ, ພ້ອມທັງຕີລຄາສູງ ຄວາມມານະພະຍາຍາມຂອງປະທານາທິບໍດີ ອີຢີບ Mohamed Morsi ໃນການໄກ່ເກ່ຍເພື່ອບັນລຸຂໍ້ຕົກລົງຢຸດຕິການໃຊ້ຄວາມຮຸນແຮງນອງເລືອດທີ່ແກ່ຍາວໃນ ອາທິດຫນຶ່ງຢູ່ເຂດ Gaza. ສະພາຄວາມໝັ້ນຄົງ ສປຊ ໄດ້ເລັ່ງລັດ ອິດສະຣາແອນ ແລະ ຂະບວນການ Hamas ຕ້ອງເຄົາລົບຂໍ້ຕົກລົງຢຸດຍິງ ແລະ ຊົມເຊີຍຄວາມມານະພະຍາຍາມໃນຖານະປະເທດເປັນກາງຂອງ ອີຢີບ. ທ່ານປະທານາທິບໍດີ ອາເມລິກາ Barack Obama ຊົມເຊີຍທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ໄດ້ຍອມຮັບຂໍ້ສະເຫນີຢຸດຍິງຂອງ ອີຢີບ. ທ່ານ Obama ກໍໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອີຢີບ Morsi, ໃນນັ້ນ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງການນຳ ອີຢີບ ເພື່ອບັນລຸໄດ້ຂໍ້ຕົກລົງຢຸດຍິງດັ່ງກ່າວ.