ປະຊາຊົນປາກິດສຖານ
ໄປປ່ອນບັດເລືອກຕັ້ງ
(ພາບ: vtv.vn)
(vovworld) - ວັນທີ 12/05, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki Moon ໄດ້ອວຍພອນລັດຖະບານ ແລະ ປະຊາຊົນ ປາກິດສຖານ ຈັດຕັ້ງການເລືອກຕັ້ງທົ່ວປະເທດຄັ້ງທີ 14, ເມື່ອວັນທີ 11/05, ດ້ວຍອັດຕາຜູ້ມີສິດເລືອກຕັ້ງໄປປ່ອນປັດເລືອກຕັ້ງບັນລຸເກືອບ 60%, ຊຶ່ງແມ່ນລະດັບສຸງສຸດນັບແຕ່ປີ 1997 ເປັນຕົນມາ. ທ່ານ Ban Ki Moon ໄດ້ຕີລາຄາສູງຄວາມຕັດສິນໃຈຂອງບັນດາພັກຝ່າຍການເມືອງ ແລະ ບັນດາສ່ວນບຸກຄົນທີ່ເຂົ້າຮ່ວມການເລືອກຕັ້ງ ໂດຍບໍ່ຫົວຊາຕໍ່ໄພນາບຂູ່ດ້ານປ້ອງກັນຄວາມສະຫງົບກອນການເລືອກຕັ້ງ. ທ່ານປະທານາທິບໍດີອາເມລິກກາ Barack Obama ກໍຍ້ອງຍໍຊົມເຊີຍການເລືອກຕັ້ງສະພາແຫ່ງຊາດຂອງປາກິດສຖານ ແລະ ເນັ້ນໜັກວ່າ ນີ້ແມ່ນການມອບໂອນລັດຖະບານພົນລະເຮືອນສັນຕິພາບ ແລະ ກະຈ່າງແຈ້ງ ແລະ ແມ່ນຂີດໝາຍສຳຄັນໃນວິວັດການສ້າງປະຊາທິປະໄຕຢູ່ປະເທດນີ້. ທ່ານກໍຊີ້ແຈ້ງວ່າ, ວໍສິງຕັນ ຈະສືບຕໍ່ຮ່ວມມືກັບລັດຖະບານໃໝ່ຢູ່ປາກິດສຖານ ຄືບັນດາຄູຮ່ີ່ວມມືສະເໝີພາບ. ສ່ວນທ່ານນາຍົກລັດຖະມົນຕີອີນເດຍ Manmohan Singh ສະແດງຄວາມປາດຖະໜາວ່າ ຈະເລີ່ມຕົ້ນໂຄງການໃໝ່ໃນການພົວພັນຖານບ້ານໃກ້ເຮືອນຄຽງກັບປາກິດສຖານ.
ຕາມໝາກຜົນໃນເບື້ອງຕົ້ນ, ສະຫະພັນອິດສະລາມ ປາກິດສຖານ, ພັກຝ່າຍຄ້ານເດີນຕາມທິດກາງຂວາຂອງອະດີດນາຍົກລັດຖະມົນຕີ Muhammad Nawaz Sharif, ໄດ້ນຳໜ້າດ້ວຍ 115 ທີ່ນັ່ງໃນສະພາແຫ່ງຊາດ.