ຫາງສຽງໄທ ກ່ຽວກັບການຢ້ຽມຢາມ ຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ

ຫາງສຽງໄທ ກ່ຽວກັບການຢ້ຽມຢາມ ຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ - ảnh 1
(ພາບປະກອບ :nguyenphutrong.net)

(vovworld) - ​ ວັນ​ທີ 28/06, ສື່​ມວນ​ຊົນ​ໄທ ສືບ​ຕໍ່​​ໃຫ້ຂ່າວ, ບົດ​ວິຈານ, ຕີ​ລາຄາ​ກ່ຽວ​ກັບ​ການ​ຢ້ຽມຢາມ​ໄທ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ຄະນບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ. ມີ​ບັນດາ​ໜັງສືພິມ, ສື່​ເອ​ເລກ​ໂຕ​ນິກ ​ໄທ ​ໄດ້​ຖື​ວ່າ ການ​ຢ້ຽມຢາມ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບງາມ. ພິ​ເສດ​ແມ່ນ ​ເລື່ອງ​ການ​ນຳ 2 ປະ​ເທດ​ຫວຽດນາມ ​ແລະ ​ໄທ ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ຍົກ​ລະດັບ​ການ​ພົວພັນ 2 ຝ່າຍ​ຂຶ້ນ​ສູ່​ລະດັບ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ”. ໜັງສືພິມ ຊົນ​ຊາດ ຂຽນ​ດ້ວຍ​ພາສາ​ອັງກິດ​ຂອງ​ໄທ ​ໃຫ້​ຂໍ້​ສັງ​ເກດ​ວ່າ: ການ​ຢ້ຽມຢາມ​ຂອງ​ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ກຳນົດ​ໄລຍະ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ” ລະຫວ່າງຫວຽດນນາມ - ​ໄທ, ປະກອບສ່ວນ​ຊຸກຍູ້, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ​ເຊິ່ງ​ໃນ​ນັ້ນ​ມີ 5 ຂົງ​ເຂດ​ຕົ້ນ​ຕໍ່​ແມ່ນ ການ​ເມືອງ, ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ, ວັດທະນະທຳ - ສຶກສາ - ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ແລະ ການຮ່ວມ​ມື​ໃນ​ພາກ​ພື້ນ. ​ໃນ​ຂະນະ​ນັ້ນ, ການ​ນຳສະພາ​ດຳ​ເນີນ​ທຸລະ​ກິດ​ໄທ - ຫວຽດນາມ ​ໃຫ້​ຮູ້​ວ່າ, ການ​ຢ້ຽມຢາມ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ສ້າງ​ກາລະ​ໂອກາດ​ເພື່ອ​ໃຫ້ ສະພາ​ດຳ​ເນີນ​ທຸລະ​ກິດ​ໄທ - ຫວຽດນາມ, ສະພາ​ດຳ​ເນີນ​ທຸລະ​ກິດຫວຽດນາມ - ​ໄທ ເປັນ​ຄັ້ງທຳ​ອິດ​ໄດ້ຈັດ​ຕັ້ງ​ກອງ​ປະຊຸມ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ລົງທຶນ, ການ​ຄ້າ.
ຂ່າວ/ບົດ​ອື່ນ