ຫຼາຍທ້ອງຖິ່ນຈັດຕັ້ງງານບຸນໄຫວ້ພະຈັນທີ່ມີຄວາມໝາຍໃຫ້ແກ່ເດັກນ້ອຍ

(VOVWORLD) -ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມງານບຸນໄຫວ້ພະຈັນ ແລະ ມອບຂອງຂວັນໃຫ້ແກ່ເດັກນ້ອຍເຍົາວະຊົນນະຄອນ ທີ່ລາຍການ “ຄໍ່າຄືນວັນເພັງເດືອນ 8 2018” ...
ຫຼາຍທ້ອງຖິ່ນຈັດຕັ້ງງານບຸນໄຫວ້ພະຈັນທີ່ມີຄວາມໝາຍໃຫ້ແກ່ເດັກນ້ອຍ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເຂົ້າຮ່ວມງານບຸນໄຫວ້ພະຈັນ ແລະ ມອບຂອງຂວັນໃຫ້ແກ່ເດັກນ້ອຍເຍົາວະຊົນ ຢູ່ເມືອງຮວ່າງມາຍ, ຮ່າໂນ້ຍ

ໃນວັນທີ 20 ກັນຍາ, ຢູ່ເມືອງ ຮວ່າງມາຍ, ນະຄອນຫຼວງຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມງານບຸນໄຫວ້ພະຈັນ ແລະ ມອບຂອງຂວັນໃຫ້ແກ່ເດັກນ້ອຍເຍົາວະຊົນນະຄອນ ທີ່ລາຍການ “ຄໍ່າຄືນວັນເພັງເດືອນ 8 2018” ໂດຍ ຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ຈັດຂຶ້ນ ເໝືອນດັ່ງຂອງຂວັນທີ່ມີຄວາມໝາຍ, ປະກອບສ່ວນເພື່ອໃຫ້ພວກຫຼານນ້ອຍເຍົາວະຊົນ ກ້າວເຂົ້າສູ່ສົກຮຽນໃໝ່ ດ້ວຍຜົນງານໃໝ່່ຫຼາຍຢ່າງ.

        ແລະກໍໃນວັນດຽວກັນ, ຢູ່ບັນດາທ້ອງຖິ່ນອື່ນຄື ເມືອງ ເຕືອງເຢືອງ, ແຂວງເງະອານ ແລະ ຕາແສງ ລາຢະ, ເມືອງ ຮ່າມຖ້ວນບັກ,ແຂວງ ບິ່ງຖ້ວນ ຂອງຫວຽດນາມ ກໍໄດ້ຈັດງານບຸນໄຫວ້ພະຈັນໃຫ້ເດັກນ້ອຍຢ່າງຄຶກຄື້ນມ່ວນຊື່ນ ແລະ ມີຄວາມໝາຍເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ