(vovworld) - ໃນລະຫວ່າງວັນທີ 18 – 19/05, ຢູ່ຫຼາຍປະເທດໃນໂລກໄດ້ດຳເນີນບັນດາການເຄື່ອນໄຫວແທດຈິງເນື່ອງໃນໂອກາດສະເຫຼີມສະຫຼອງ 123 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ (19/05/1890 – 19/05/2013). ທີ່ສະຫະພັນລັດເຊຍ, ຕອນເຊົ້າວັນທີ 19/05, ສະຖານທູດຫວຽດນາມ ແລະ ປະຊາຄົມຊາວຫວຽດນາມອາໄສຢູ່ສະຫະພັນລັດເຊຍ ໄດ້ຈັດພິທີຖະຫວາຍດອກໄມ້ຢູ່ອະນຸສາວະລີປະທານໂຮ່ຈິມິນ ຢູ່ນະຄອນຫຼວງມົດສກູ. ແລະກໍໃນວັນດ່ຽວກັນ, ສະຖານທູດຫວຽດນາມ ປະຈຳມາເລເຊຍ ໄດ້ຈັດພິທີສະເຫຼີມສະຫຼອງ 123 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ ແລະ 65 ປີແຫ່ງວັນແຂ່ງຂັນຮັກຊາດທີ່ເປັນມູນເຊື້ອ (11/06/1948 – 11/06/2013). ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງເລຂາຄະນະພັກສະຖານທູດຫວຽດນາມ ປະຈຳມາເລເຊຍ ຫງວຽນຮົ່ງເຟືອງ ຊີ້ແຈ້ງຄວາມໝາຍຂອງພິທີສະເຫຼີມສະຫຼອງ 123 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ, ພ້ອມທັງທົບທວນຄືນບັນດາການເຄື່ອນໄຫວຂອງບັນດາໜ່ວຍພັກໃນການຍູ້ແຮງບັ້ນຂົນຂວາຍ “ຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ”. ວັນທີ 18/05 ຢູ່ນະຄອນ Ratnaptra ປະເທດ ສີລັງກາ ກໍ່ຈັດພິທີສະເຫຼີມສະຫຼອງ 123 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ ເຊັ່ນກ່ຽວກັນ.
ວັນທີ 19/05, ປະຊາຊົນຊາວຫວຽດນາມອາໄສຢູ່ໄທ ໄດ້ຈັດພິທີຖະຫວາຍທູບທຽນອາໄລຫາປະທານໂຮ່ຈິມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ 123 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ ຢູ່ແຂວງ ນາຄອນ ພານົ້ມ. ທີ່ພິທີ, ທ່ານນາງ ເຈີນແທງເຕີມ, ຜູ້ຕາງໜ້າສະຖານທູດຫວຽດນາມປະຈຳໄທ ໃຫ້ຮູ້ວ່າ ບ້ານມິດຕະພາບໄທ - ຫວຽດນາມ ເຄື່ອນໄຫວຢ່າງມີປະສິດທິຜົນໃນຕະຫຼອດ 10 ປີຜ່ານມາ ພ້ອມກັບການວາງສະແດງວັດຖຸພັນກ່ຽວກັບສ່ວນໜຶ່ງໃນຊີວິດການເຄື່ອນໄຫວຂອງປະທານໂຮ່ຈິມິນ ຢູ່ໄທ ໄດ້ກ່າຍເປັນສັນຍາລັກໃຫ້ແກ່ສາຍພົວພັນມິດຕະພາບລະຫວ່າງ 2 ປະເທດ. ທ່ານນາງເຈີນແທງເຕີມ ເວົ້າວ່າ.
“ນ້ຳໃຈ ແລະ ອະນຸສອນຢ່າງເລີກເຊິ່ງກ່ຽວກັບປະທານໂຮ່ຈິມິນ ຍາມໃດ ລັດຖະບານ ແລະ ປະຊາຊົນໄທ ກໍເຄົາລົບນັບຖື, ຮັກສາ ແລະ ເພີ່ມພູນຄຸນສ້າງ, ໃຫ້ເປັນສາຍພົວພັນອັນດີງາມລະຫວ່າງ 2 ປະເທດ ຫວຽດນາມ - ໄທ ຄືປະຈຸບັນ”.