ຫຼາຍປະເທດມີຄວາມວິຕົກກັງວົນກ່ຽວກັບຄວາມສ່ຽງເກີດການປະທະກັນຢູ່ລີບີ

(VOVWORLD) -ໂດຍບໍ່ຫົວຊາຕໍ່ບັນດາຄຳຮຽກຮ້ອງ, ບັນດາການປະທະກັນລະຫວ່າງບັນດາກຳລັງຂອງນາຍພົນ Khalifa Haftar ກັບກຳລັງສະໜັບສະໜູນອຳນາດການປົກຄອງ Tripoli ຍັງສືບຕໍ່ດຳເນີນໄປ ແລະ ຍັງບໍ່ທັນມີສັນຍານຫຼຸດລົງເທື່ອ.

ວັນທີ 05 ເມສາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບບັນດາການເຄື່ອນໄຫວດ້ານການທະຫານຢູ່ໃກ້ກັບນະຄອນຫຼວງ Tripoli ພາຍຫຼັງທີ່ນາຍພົນ Khalifa Haftar, ຫົວໜ້າກຳລັງກອງທັບແຫ່ງຊາດລີບີ (LNA) ໂດຍຂະໜານນາມເອງ ໄດ້ສະໜັບສະໜູນອຳນາດການປົກຄອງຢູ່ທາງທິດຕາເວັນອອກລີບີ, ປຸກລະດົມບັ້ນຮົບຢຶດຄອງນະຄອນຫຼວງ Tripoli.

        ຫຼາຍປະເທດໃນໂລກ, ໃນນັ້ນມີ ອາເມລິກາ, ຝລັ່ງ, ເຢຍລະມັນ, ອີຕາລີ, ອັງກິດ… ກໍ່ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະງັບໃຈ ແລະ ຢຸດຕິບັນດາການກະທຳດ້ານການທະຫານ, ພ້ອມທັງກ່າວເຕືອນວ່າ ບັນດາຄວາມສ່ຽງດ້ານການທະຫານຈະຍູ້ລີບີ ກັບຄືນສະພາບວຸ້ນວາຍຄືກ່ອນນີ້.

        ເຖິງຢ່າງໃດກໍ່ຕາມ, ໂດຍບໍ່ຫົວຊາຕໍ່ບັນດາຄຳຮຽກຮ້ອງ, ບັນດາການປະທະກັນລະຫວ່າງບັນດາກຳລັງຂອງນາຍພົນ Khalifa Haftar ກັບກຳລັງສະໜັບສະໜູນອຳນາດການປົກຄອງ Tripoli ຍັງສືບຕໍ່ດຳເນີນໄປ ແລະ ຍັງບໍ່ທັນມີສັນຍານຫຼຸດລົງເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ