ຊາບອົບພະຍົບຢູ່ ໂອຕຣິດ (ພາບ:ສຳນັກຂ່າວສານຊິນຮວາ/TTXVN)
|
(vovworld) – ແບນຊິກ ຕັດສິນໃຈນຳໃຊ້ມາດຕະການຄວບຄຸມຢູ່ເຂດຊາຍແດນ ຕິດກັບ ຝຣັ່ງ ແຕ່ວັນທີ 24/2, ພ້ອມທັງດຳເນີນການລາດຕາເວນຢູ່ທີ່ນີ້. ມາຮອດຈຸດເວລານີ້, ມີ 9 ປະເທດໃນພາກພື້ນສາມາດໄປມາຢ່າງເສລີຢູ່ Schengen ຕ້ອງຄວບຄຸມເຂດຊາຍແດນຄືນໃໝ່ເພື່ອຮັບມືກັບວິກິດການຊາວອົບພະຍົບທີ່ຮ້າຍແຮງທີ່ສຸດ ນັບແຕ່ພາຍຫຼັງສົງຄາມໂລກຄັ້ງທີ 2. ທ່ານລັດຖະມົນຕີກະຊວງພາຍໃນ ແບນຊິກ Jan Jambon ໃຫ້ຮູ້ວ່າ: ມາດຕະການຄວບຄຸມບໍ່ໄດ້ຮັບການດຳເນີນລຽບຕາມເສັ້ນສາຍແດນລະຫວ່າງ ຝຣັ່ງ ແລະ ແບນຊິກ, ຫາກພຽງແຕ່ຢູ່ເຂດໃກ້ຄຽງກັບເຂດແຄມທະເລທາງພາກເໜືອ.
ໃນສະພາບການກ່ຽວຂ້ອງ, Slovenia ຖະແຫຼງຈະຄວບຄຸມເຂດຊາຍແດນຢ່າງເຄັ່ງຄັດຖ້າຫາກຂໍ້ກຳນົດກ່ຽວກັບການອົບພະຍົບຂອງ ເອີລົບ ບໍ່ໄດ້ຮັບການປະຕິບັດ.
ແລະກໍໃນວັນດຽວກັນ, ລັດຖະບານ ຮູງກາຣີ ໄດ້ຍື່ນໃນຄຳຮ້ອງເຖິງກຳມາທິການເລືອກຕັ້ງສູນກາງປະເທດນີ້ເພື່ອສະເໜີດຳເນີນການລົງປະຊາມະຕິກ່ຽວກັບເລື່ອງ: ປະຊາຊົນຈະເຫັນດີຕ້ອນຮັບຈຳນວນຊາວອົບພະຍົບເຊິ່ງສະຫະພາບເອີລົບ (EU) ຈັດແບ່ງໃຫ້ຫຼືບໍ່?
ທີ່ກອງປະຊຸມຂອງບັນດາປະເທດ Balkan ຕາເວັນຕົກ ກ່ຽວກັບບັນຫາຊາວອົບພະຍົບ ໃນວັນທີ 24/2 ຢູ່ວຽນ, ປະເທດ ໂອຕລິດ, ບັນດາປະເທດເຂົ້າຮ່ວມກໍເຫັນດີເປັນເອກະພາບກ່ຽວກັບເລື່ອງສືບຕໍ່ຫລຸດຜ່ອນຈຳນວນຊາວອົບພະຍົບ ແລະ ຜູ້ຫລີກໄພທີ່ຈະຮັບເຂົ້າເຂດ Balkan.