ການລົງປະຊາມະຕິຢູ່ ອົງກິດ
(ພາບ: THX/TTXVN)
(vovworld) - ເມື່ອໄລ່ຮອດເວລາ 8 ໂມງ 30 ນາທີຕອນເຊົ້າວັນທີ 24/06 ຕາມເວລາ ຮ່າໂນ້ຍ, ໝາກຜົນແຫ່ງການກວດບັດຢູ່ 41/382 ສະຖານທີ່ປ່ອນບັດໃນການລົງປະຊາມະຕິຢູ່ ອັງກິດ ໃຫ້ເຫັນວ່າ ອັດຕາຜູ້ສະໜັບສະໜູນ ອັງກິດ ອອກຈາກສະຫະພາບ ເອີລົບ (ອີຢູ) ພວມນຳໜ້າດ້ວຍ 52,7% ຈຳນວນບັດ ໃນຂະນະນັ້ນ ອັດຕາຜູ້ສະໜັບສະໜູນສືບຕໍ່ເປັນສະມາຊິກ ອີຢູ ຄືເກົ່າກວມ 47,3%. ຕາມສຳນັກຂ່າວສານ BBC ແລ້ວ, ໃນຈຳນວນບັນດາເຂດຫາກໍ່ປະກາດຜົນແຫ່ງການລົງປະຊາມະຕິນັ້ນ, ຢູ່ Birmingham ອັດຕາຜູ້ມີສິດເລືອກຕັ້ງສະໜັບສະໜູນເລື່ອງ ອັງກິດ ສືບຕໍ່ເປັນສະມາຊິກອີຢູ ຄືເກົ່າແມ່ນ 55% ເຖິງ 60%, ແຕ່ ຢູ່ Hartlepool ອັດຕາຜູ້ສະໜັບສະໜູນການອອກຈາກ ອີຢູ ກວມເຖິງ 70%. ບັນດາເຂດທີ່ສະໜັບສະໜູນການອອກຈາກ ອີຢູ ລວມມີ: Sunderland, St Helens, Bury ແລະ Swansea. ເຖິງຢ່າງໃດກໍ່ຕາມ ວົງການນັກຊ່ຽວຊານກໍ່ໃຫ້ຂໍ້ສັງເກດວ່າ ປະຈຸບັນບໍ່ທັນສະຫລຸບຜົນແຫ່ງການລົງປະຊາມະຕິໄດ້ ຍ້ອນວ່າອັດຕາກວດບັດ ຍັງປ່ຽນແປງຢ່າງຕໍ່ເນື່ອງຢູ່.