ອັງ​ກິດ​ ຢັ້ງ​ຢືນ​ບໍ່​ລະ​ເມີດ​ ອະນຸສັນຍາ ອຽກ​ລັງ​ເໜືອ

(VOVWORLD) -ວັນທີ 3 ມີນາ, ການພົວພັນລະຫວ່າງ ອັງກິດ ແລະ EU ພັດເກີດບັນດາການຂັດແຍ່ງກັນໃໝ່ ພາຍຫຼັງ, ອັງກິດ ປະກາດຕໍ່ກຳນົດເວລາ ຢຸດຊົ່ວຄາວການກວດກາພາສີອາກອນສຳລັບບັນດາສະບຽງອາການໄປຍັງເຂດ ອຽກລັງເໜືອ

ວັນທີ 5 ມີນາ, ທ່ານນາງ Liz Truss ລັດຖະມົນຕີກະຊວງການຄ້າ ອັງກິດ ໄດ້ຢັ້ງຢືນວ່າ ປະເທດນີ້ ບໍ່ລະເມີດອະນຸສັນຍາ ອຽນລັງເໜືອ ເຊິ່ງໄດ້ລົງນາມກັບສະຫະພາບ ເອີລົບ (EU) ໃນຂອບເຂດຂໍ້ຕົກລົງການຄ້າ Brexit. ກ່າວຄຳເຫັນກັບ Sky News, ທ່ານນາງລັດຖະມົນຕີ Truss ໄດ້ປະກາດວ່າ ນີ້ແມ່ນບັນດາສິດຊົ່ວຄາວ ແລະ ໄດ້ຮັບການເປີດເຜີຍ. ນັ້ນບໍ່ແມ່ນລະເມີດມາດຕາ.

, ການພົວພັນລະຫວ່າງ ອັງກິດ ແລະ EU ພັດເກີດບັນດາການຂັດແຍ່ງກັນໃໝ່ ພາຍຫຼັງ,ວັນທີ 3 ມີນາ ອັງກິດ ປະກາດຕໍ່ກຳນົດເວລາ ຢຸດຊົ່ວຄາວການກວດກາພາສີອາກອນສຳລັບບັນດາສະບຽງອາຫານໄປຍັງເຂດ ອຽກລັງເໜືອ, ໂດຍແມ່ນການກະທຳທີ່ EU ຖືວ່າ ນາບຂູ່ທຳລາຍບັນດາມາດຕາຂອງ “ຂໍ້ຕົກລົງຖອນຕົວອອກຈາກ EU” Brexit.

ສ່ວນທ່ານ Maros Sefcovic ຮອງປະທານຄະນະກຳມະການເອີລົບ (EC) ໃຫ້ຮູ້ວ່າ EU ຈະມີການກະທຳດ້ານນິຕິກຳ ເພື່ອ ໂຕ້ຕອບຄືນ ການກະທຳພຽງລຳຟັງຝ່າຍດຽວ ຂອງ ອັງກິດ. ທ່ານເນັ້ນໜັກວ່າ ການກະທຳຂອງ ອັງກິດ ແມ່ນລະເມີດຂໍ້ຕົກລົງລະຫວ່າງ ສອງຝ່າຍ ກ່ຽວກັບບັນຫາ Brexit, ລາຍລະອຽດແມ່ນ ອານຸສັນຍາ ອຽກລັງເໜືອ.

ຕອບກັບ

ຂ່າວ/ບົດ​ອື່ນ