ອັງກິດ, ອີຢູ ້້້ເລື່ອນເວລາດຳເນີນຮອບເຈລະຈາ Brexit ຄັ້ງຕໍ່ໄປຕື່ມອີກອາທິດຫນຶ່ງ

(VOVWORLD) -ວັນທີ 12 ກັນຍາ ອັງກິດ ແລະ ຄະນະກຳມະການ ເອີລົບ ເຫັນດີເລື່ອນເວລາດຳເນີນຮອບເຈລະຈາຄັ້ງຕໍ່ໄປກ່ຽວກັບເລື່ອງ ອັງກິດ ຖອນອອກຈາກ ສະຫະພາບເອີລົບ (EU) ຫລື ເອີ້ນວ່າ  Brexit ຕື່ມອີກອາທິດຫນຶ່ງ. 

ອັງກິດ, ອີຢູ ້້້ເລື່ອນເວລາດຳເນີນຮອບເຈລະຈາ Brexit ຄັ້ງຕໍ່ໄປຕື່ມອີກອາທິດຫນຶ່ງ - ảnh 1ຊາວອັງກິດ ແຫ່ຂະບວນຢູ່ໃຈກາງນະຄອນຫລວງ ລອນດອນ

ພາບ:vietnam+

ໃນຖະແຫລງການ, ໂຄສົກຂອງລັດຖະບານອັງກິດ ໃຫ້ຮູ້ວ່າ: ປະເທດນີ້ ແລະ ຄະນະກຳມະການ ເອີລົບ ໄດ້ເຫັນດີ ເລີ່ມຕົ້ນການເຈລະຈາຮອບທີ 4 ກ່ຽວກັບບັນຫາ Brexit ໃນວັນທີ 25 ກັນຍາ. ແຈ້ງການໃຫ້ຮູ້ວ່າ ສອງຝ່າຍໄດ້ແກ້ໄຂບັນດາບັນຫາກ່ຽວກັບຈຸດເວລາດຳເນີນການເຈລະຈາ, ພາຍຫລັງເຫັນວ່າ ຄວນມີເວລາຕື່ມອີກເພື່ອປຶກສາຫາລືຈະຊ່ວຍໃຫ້ບັນດານັກເຈລະຈາມີຄວາມໄຫວພິບເພື່ອບັນລຸຄວາມຄືບຫນ້າໃນຮອບເຈລະຈາ ດຳເນີນໃນເດືອນກັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ