ອັງກິດ ແລະ ອີຢູ ອາດສາມາດບັນລຸໄດ້ຂໍ້ຕົກລົງຖ້າຫາກບໍ່ເກີດການເກາະຜິດໃນການເຈລະຈາ

(VOVWORLD) - ກ່າວຄຳເຫັນຕໍ່ສະພາແຫ່ງຊາດ ອຽກລັງ ຢູ່ Dublin ໃນວັນທີ 11 ພຶດສະພາ, ຫົວໜ້າຄະນະເຈລະຈາຂອງສະຫະພາບ ເອີລົບ (ອີຢູ) ກ່ຽວກັບເລື່ອງ ອັງກິດ ຖອນອອກຈາກ ອີຢູ (ຫຼືເອີ້ນວ່າ Brexit) ທ່ານ Michel Barnier ໃຫ້ຮູ້ວ່າ
ອັງກິດ ແລະ ອີຢູ ອາດສາມາດບັນລຸໄດ້ຂໍ້ຕົກລົງຖ້າຫາກບໍ່ເກີດການເກາະຜິດໃນການເຈລະຈາ - ảnh 1 ທ່ານ Michel Barnier (ພາບ: AFP)

ອີຢູ ພວມມານະພະຍາຍາມຫລຸດຜ່ອນຄວາມເຄັ່ງຕຶງກັບ ອັງກິດ, ພ້ອມທັງຢືນຢັນວ່າ: ຂໍ້ຕົກລົງສະບັບໜຶ່ງ ອາດສາມາດບັນລຸໄດ້ ເມື່ອ “ບໍ່ມີການເກາະຜິດເຊິ່ງກັນ ແລະ ກັນ” ໃນການເຈລະຈາເທົ່ານັ້ນ. ທ່ານ  Barnier ກ່າວເຕືອນວ່າ ເລື່ອງ ອັງກິດ ຖອນອອກຈາກ “ຊາຍຄາລວມ” ເອີລົບ ຈະກໍ່ຜົນຮ້າຍຫລາຍຢ່າງ, ພິເສດແມ່ນສຳລັບ ອຽກລັງ. ຕາມທ່ານ Barnier ແລ້ວ ບັນຫາຊາຍແດນແມ່ນໜຶ່ງໃນສາມບຸລິມະສິດ ໃນບັນດາການເຈລະຈາທີ່ກ່ຽວຂ້ອງເຖິງ Brexit, ພ້ອມດ້ວຍສິດຜົນປະໂຫຍດຂອງພົນລະເມືອງ ອີຢູ ຢູ່ ອັງກິດ ແລະ ບັນດາບ້ວງເງິນ ເຊິ່ງ ອັງກິດ ຕ້ອງຊຳລະເມື່ອຖອນອອກຈາກ ອີຢູ. ທ່ານ Barnier ເນັ້ນໜັກວ່າ “ອັງກິດ ເຄີຍເປັນສະມາຊິກ ອີຢູ ໃນໄລຍະ 44 ປີແລ້ວ, ຂ້າພະເຈົ້າຫວັງວ່າ ພວກເຮົາຈະບັນລຸໄດ້ຂໍ້ຕົກລົງສະບັບໜຶ່ງ, ຕາມນັ້ນແລ້ວ ອັງກິດ ຍັງຄົງແມ່ນຄູ່ຮ່ວມມືທີ່ສະໜິດສະໜົມ”

ຕອບກັບ

ຂ່າວ/ບົດ​ອື່ນ