ອັງກິດ: ໝາກຜົນການປ່ອນບັດເລືອກຕັ້ງການນຳພັກຮັກສາເດີມ
(VOVWORLD) - ຮອບປ່ອນບັດເລືອກຕັ້ງຕໍ່ໄປຈະດຳເນີນໃນວັນທີ 19 ກໍລະກົດ. ຜູ້ສະໝັກເລືອກຕັ້ງ 2 ທ່ານສຸດທ້າຍຈະໄດ້ປະກາດພາຍຫຼັງການປ່ອນບັດເລືອກຕັ້ງໃນວັນທີ 20 ກໍລະກົດ.
ບັນດາຜູ້ສະໝັກຮັບເລືອກຕັ້ງນາຍົກລັດຖະມົນຕີ ອັງກິດ ເຂົ້າຮອບຕໍ່ໄປ (ພາບ: AFP/TTXVN) |
ຢູ່ຮອບເລືອກຕັ້ງທີ 3 ໃນການແຂ່ງຂັນຊອກຫາຜູ້ປ່ຽນແທນທ່ານ Boris Johnson ເຂົ້າຕຳແໜ່ງການນຳພັກ ຮັກສາເດີມ ແລະ ນາຍົກລັດຖະມົນຕີ ອັງກິດ, ໃນວັນທີ 18 ກໍລະກົດ, ທ່ານອະດີດລັດຖະມົນຕີການເງິນ Rishi Sunak ສືບຕໍ່ນຳໜ້າດ້ວຍ 115 ບັດ, ໃນຂະນະນັ້ນ ທ່ານ Tom Tugendhat ຫົວໜ້າກຳມາທິການ ການຕ່າງປະເທດ ສະພາແຫ່ງຊາດ ຖືກຕົກຮອບ, ທ່ານນາງ Penny Mordaunt ລັດຖະມົນຕີກະຊວງນະໂຍບາຍການຄ້າ ຍັງຢູ່ອັນດັບທີ 2 ດ້ວຍ 82 ບັດ, ຖັດຈາກນັ້ນ ແມ່ນທ່ານນາງ Liz Truss ລັດຖະມົນຕີການຕ່າງປະເທດ ດ້ວຍ 71 ບັດ. ທ່ານ Kemi Badenoch ອະດີດລັດຖະມົນຕີກະຊວງສະເໝີພາບ ແມ່ນຜູ້ສະໝັກເລືອກຕັ້ງສຸດທ້າຍໄດ້ເຂົ້າຮອບຕໍ່ໄປ ດ້ວຍ 58 ບັດ.
ຮອບປ່ອນບັດເລືອກຕັ້ງຕໍ່ໄປຈະດຳເນີນໃນວັນທີ 19 ກໍລະກົດ. ຜູ້ສະໝັກເລືອກຕັ້ງ 2 ທ່ານສຸດທ້າຍຈະໄດ້ປະກາດພາຍຫຼັງການປ່ອນບັດເລືອກຕັ້ງໃນວັນທີ 20 ກໍລະກົດ. ຫຼັງຈາກນັ້ນ, ສະມາຊິກພັກຮັກສາເດີມ ຈະປ່ອນບັດເອົາການນຳໃໝ່ຂອງພັກຜ່ານທາງໄປສະນີ ແລະ ຊື່ຂອງຜູ້ຊະນະການເລືອກຕັ້ງຈະໄດ້ປະກາດໃນວັນທີ 5 ກັນຍາ.