(vovworld) - ຕອນເຊົ້າວັນທີ 18/10 ຢູ່ ຮ່າໂນ້ຍ, ອົງການກວດການລັດຖະບານໄດ້ຈັດການປະຊຸມຂ່າວກ່ຽວກັບໝາກຜົນການກວດກາ, ສຳຫລວດກວດກາການແກ້ໄຂການຮ້ອງທຸກ, ກ່າວຟ້ອງໃນທົ່ວປະເທດ. ທີ່ການປະຊຸມຂ່າວ, ທ່ານ Huynh Phong Tranh ຫົວຫນ້າອົງການກວດກາລັດຖະບານໃຫ້ຮູ້ວ່າ: ພາຍຫລັງ 4 ເດືອນແຫ່ງການຜັນຂະຫຍາຍ, ມີ 500 ກໍລະນີຮ້ອງທຸກ, ກ່າວຟ້ອງໄດ້ຮັບການແກ້ໄຂບັນລຸໝາກຜົນໃນເບື້ອງຕົ້ນ. ໝາກຜົນດັ່ງກ່າວໄດ້ສົ່ງຜົນກະທົບຢ່າງຕັ້ງຫນ້າເຖິງສະພາບຮ້ອງທຸກ, ກ່າວຟ້ອງໃນທົ່ວປະເທດ. ນັບແຕ່ນີ້ ຮອດທ້າຍປີ, ອົງການກວດກາລັດຖະບານ ສືບຕໍ່ສຸມໃສ່ສຳຫລວດກວດກາບັນດາກໍລະນີທີ່ຍັງເຫລືອ, ສູ້ຊົນສຳເລັດວິວັດການກວດກາ, ສຳຫລວດກວດກາ ແລະ ມີວິທີການແກ້ໄຂກໍລະນີຮ້ອງທຸກ, ກ່າວຟ້ອງທີ່ຍັງຄົງຄ້າງ, ສັບສົນກ່ອນວັນທີ 31/10/2012.