ອົງການກວດກາລັດຖະ ບານຫວຽດນາມ ເຮັດວຽກກັບຄະນະຜູ້ແທນກຳປູເຈຍ
(ພາບປະກອບ: vietbao.vn)
(vovworld)- ຕອນເຊົ້າວັນທີ 3/6, ອົງການກວດກາລັດຖະບານຫວຽດນາມ ໄດ້ເຮັດວຽກກັບຄະນະຜູ້ແທນຂັ້ນສູງກະຊວງພົວພັນກັບສະພາແຫ່ງຊາດ-ສະພາສູງ ແລະ ອົງການກວດກາກຳປູເຈຍ ໂດຍທ່ານນາງ Sok Vilay ລັດຖະມົນຕີກະຊວງດັ່ງກ່າວເປັນຫົວໜ້າຄະນະ. ທ່ານນາງເລທິຖູຍ ຮອງຫົວໜ້າອົງການກວດກາລັດຖະບານຫວຽດນາມ ຊົມເຊີຍການຢ້ຽມຢາມ ແລະ ເຮັດດວຽກຂອງຄະນະ, ສະແດງໃຫ້ເຫັນຄວາມເຊື່ອໝັ້ນວ່ານີ້ແມ່ນໂອກາດອັນລ້ຳຄ່າເພື່ອໃຫ້ສອງຝ່າຍປຶກສາຫາລື, ແລກປ່ຽນບົດຮຽນໃນການຊີ້ນຳບໍລິຫານການເຄື່ອນໄຫວກວດກາ, ແກ້ໄຂການຮ້ອງທຸກ, ຮ້ອງຟ້ອງ ແລະ ການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ປະກອບສ່ວນປັບປຸງການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ, ອົງການກວດກາລັດຖະບານຫວຽດນາມ ແລະ ກະຊວງພົວພັນກັບສະພາແຫ່ງຊາດ-ສະພາສູງ ແລະ ອົງການກວດກາກຳປູເຈຍ. ສ່ວນທ່ານນາງ Sok Vilay ລັດຖະມົນຕີ ກະຊວງພົວພັນກັບສະພາແຫ່ງຊາດ-ສະພາສູງ ແລະ ອົງການກວດກາກຳປູເຈຍສະແດງຄວາມປາດຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍຈາກອົງການກວດກາລັດຖະບານຫວຽດນາມ, ກ່ຽວກັບການບຳລຸງສ້າງດ້ານວິຊາການກໍ່ຄືແບ່ງປັນບົດຮຽນໃນວຽກງານກວດກາຂອງລັດ, ແກ້ໄຂການຮ້ອງທຸກ, ຮ້ອງຟ້ອງ ແລະ ການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ ໃນໄລຍະຈະມາເຖິງ./.