(ພາບປະກອບ)
(vovworld)- ຕໍ່ໜ້າສະພາບການຜັນແປໂລກລະບາດໄຂ້ຫວັດທີ່ສັບສົນທີ່ສຸດຢູ່ປະເທດຈີນ, ອົງການອະນາໄມໂລກ ຍັງບໍ່ທັນຕັກເຕືອນຈຳກັດການໄປມາລະຫວ່າງປະເທດຕ່າງໆ ຫຼືນຳໃຊ້ບັນດາມາດຕະການກວດກາພິເສດຢູ່ດ່ານແຫ່ງຕ່າງໆສຳລັບໂລກໄຂ້ຫວັດ A (H7N9). ຕາມຂ່າວຈາກອົງການອະນາໄມໂລກ, ວັນທີ 12/2/2014, ຈີນ ໄດ້ຮັບຮູ້ມີຕື່ມອີກ 1 ກໍລະນີຕິດໄວຣັດໄຂ້ຫວັດ A (H7N9). ໄລ່ຮອດວັນທີ 14/2, ໄດ້ຮັບຮູ້ 338 ກໍລະນີຕິດໄວຣັດໄຂ້ຫວັດ A (H7N9) ຢູ່ 14 ແຂວງ, ນະຄອນຂອງຈີນ (ນັບທັງຮົງກົງ ແລະ ໄຕຫວັນ), ໃນນັ້ນມີ 66 ຕົນເສຍຊີວິດແລ້ວ.
ວັນທີ 14/2, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸງ ໄດ້ອອກໂທລະເລກທາງການຮຽກຮ້ອງບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ ແລະ ຄະນະກຳມະການ ປຊຊ ບັນດາແຂວງນະຄອນຂຶ້ນກັບສູນກາງ ຈົ່ງສຸມໃສ່ການປ້ອງກັນຕ້ານໂລກໄຂ້ຫວັດສັດປີກ. ອົງການອາຫານ ແລະ ກະເສດ ສປຊ ໄດ້ຕັກເຕືອນວ່າໄວຣັດໄຂ້ຫວັດ A (H7N9) ຈະມີໄພເຂົ້າຫວຽດນາມ ຈາກບັນດາແຂວງຊານແດນທາງພາກເໜືອ ແລະ ບັນດາແຂວງທີ່ກ່ຽວຂ້ອງເຖິງການຄ້າຂາຍ, ຈຳໜ່າຍສັດປີກ, ຜະລິດຕະພັນສັດປີກນຳເຂົ້າເຖື່ອນ, ບໍ່ຮູ້ເຫຼ່ງກຳເນີດແມ່ນສູງທີ່ສຸດ.