(VOVWORLD) -ອົງການພະລັງງານປະລະມານູສາກົນ IAEA ໄດ້ອອກຖະແຫຼງການ ໂດຍຊີ້ແຈ້ງວ່າ ນັກກວດກາຂອງອົງການ IAEA ຈະສືບຕໍ່ກວດກາ ແລະ ຕິດຕາມກວດກາບັນດາການເຄື່ອນໄຫວ ຢູ່ ອີຣານ.
ເຄື່ອງຈັກເສີມທາດຢູລານຽມ ຂອງ ອີຣານ (ພາບ:AFP/TTXVN) |
ໃນວັນທີ 07 ມັງກອນ, ອົງການພະລັງງານປະລະມານູສາກົນ IAEA ໄດ້ອອກຖະແຫຼງການ ໂດຍຊີ້ແຈ້ງວ່າ ນັກກວດກາຂອງອົງການ IAEA ຈະສືບຕໍ່ກວດກາ ແລະ ຕິດຕາມກວດກາບັນດາການເຄື່ອນໄຫວ ຢູ່ ອີຣານ. ພ້ອມກັນນັ້ນ, ອົງການດັ່ງກ່າວ ກໍ່ຈະແຈ້ງຂ່າວໃຫ້ບັນດາປະເທດສະມາຊິກກ່ຽວກັບບັນດາການປ່ຽນແປງໄດ້ຢ່າງທັນການ ແລະ ເໝາະສົມ.
ອົງການ IAEA ກໍຢັ້ງຢືນວ່າ ໄດ້ຮັບແຈ້ງການຈາກ ອີຣານ ກ່ຽວກັບຂັ້ນຕອນທີ 5 ເພື່ອແນໃສ່ຫຼຸດຜ່ອນຄໍາໝັ້ນສັນຍາຂອງປະເທດນີ້ໃນຂອບເຂດແຜນການດໍາເນີນງານຮ່ວມຮອບດ້ານ (JCPOA). ເຖິງຢ່າງໃດກໍຕາມ, ອົງການດັ່ງກ່າວ ເນັ້ນໜັກວ່າ ຖະແຫຼງການຂອງລັດຖະບານ ອີຣານ ກໍ ຢັ້ງຢືນວ່າ ອີຣານ ຍັງຄົງຮ່ວມມືກັບ ອົງການ IAEA ຄືໃນເມື່ອກ່ອນ.
ຫ໋າຍດັງ - ນັກຂ່າວ VOV ປະຈໍາ ສ.ເຊັກໂກ