(vovworld) – ຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ ຫາກໍ່ໄດ້ຮັບໂຄງການຊ່ວຍເຫຼືອລ້າ “ໂຮງໝໍຍົນຢູ່ເຫ້ວ” ປີ 2015, ໂດຍອົງການປ້ອງກັນ, ຕ້ານຕາບອດສາກົນ (Orbis) ອຸປະຖຳ. ໂຄງການໄດ້ຮັບການປະຕິບັດໃນເດືອນ 05/2014 ຢູ່ນະຄອນເຫ້ວ ແລະ ຕາແສງ ເຮືອງຖຸຍ ດ້ວຍຍອດມູນຄ່າກວ່າ 4,8 ຕື້ດົງ, ໃນນັ້ນອົງການ Orbis ຊ່ວຍເຫຼືອລ້າຈຳນວນເງິນ 4,4 ຕື້ດົງ, ສ່ວນຍັງເຫຼືອແມ່ນທຶນສົມທົບ. ຈຸດໝາຍຂອງໂຄງການແມ່ນບຳລຸງສ້າງຍົກສູງລະດັບວິຊາສະເພາະໃຫ້ທ່ານໝໍ ແລະ ນາງໝໍ 230 ຄົນ; ຝຶກອົບຮົບໃຫ້ນັກວິສາວະກອນ ແລະ ນັກເຕັກນິກ 15 ຄົນ ເພື່ອນຳໃຊ້ອຸປະກອນປິ່ນປົວຕາ. ນອກຈາກນັ້ນ, ໂຄງການຍັງທຳການກວດບົ່ງມະຕິພະຍາດ, ແນະນຳກ່ຽວກັບການປິ່ນປົວໃຫ້ຄົນເຈັບ 140 ຄົນ, ທຳການຜ່າຕັດ, ກາຍຍະບຳບັດຕາໃຫ້ຄົນເຈັບ 60 ຄົນ.