ອີຍິບປະກາດເວລາດຳເນີນການເລືອກຕັ້ງສະພາແຫ່ງຊາດ
ທ່ານປະທານາທິບໍດີ Abdel Fattah Al Sisi
(ພາບປະກອບ: Reuters)
(vovworld) – ວັນທີ 30/08, ຄະນະກຳມະການເລືອກຕັ້ງອີຍິບ ປະກາດວ່າການເລືອກຕັ້ງສະພາແຫ່ງຊາດຂອງປະເທດນີ້ ຈະດຳເນີນແຕ່ວັນທີ 17/10 ຫາວັນທີ 02/12/2015. ນີ້ແມ່ນການເລືອກຕັ້ງສະພາແຫ່ງຊາດທຳອິດ ທີ່ໄດ້ຮັບການຈັດຕັ້ງນັບແຕ່ເມື່ອທ່ານປະທານາທິບໍດີ Abdel Fattah Al Sisi ຮັບດຳລົງຕຳແໜ່ງ. ຕາມແຈ້ງການຂອງຄະນະກຳມະການເລືອກຕັ້ງອີຍິບແລ້ວ, ໃນການເລືອກຕັ້ງເພື່ອເລືອກເຟັ້ນສະມາຊິກສະພາແຫ່ງຊາດ 568 ທ່ານ, ຜູ້ມີສິດເລືອກຕັ້ງສ່ວນໜຶ່ງທີ່ອາໄສຢູ່ຕ່າງປະເທດ ຈະໄປປ່ອນບັດໃນວັນທີ 17/10. ຕາມແຜນການກ່ອນນັ້ນ, ການເລືອກຕັ້ງຈະຖືກຈັດຕັ້ງໃນຕົ້ນປີ 2014, ແຕ່ພັດຖືກໂຈະໄວ້ເປັນຫຼາຍຄັ້ງ.