ອັດກອງປະຊຸມຂັ້ນສູງສປຊກ່ຽວກັບການເພີ່ມທະວີການຮ່ວມມືປະເທດທາງຜ່ານແລະສ້າງຄວາມສະດວກດ້ານການຄ້າ
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
ພາບ:ອິນເຕັດແນັດ
|
(vovworld)- ພາຍຫລັງເຮັດວຽກມາເປັນເວລາ 3 ວັນ, ວັນທີ 9/3 ຢູ່ ຮ່າໂນ້ຍ, ກອງປະຊຸມຂັ້ນສູງ ສປຊ ພາກພື້ນ ອາຊີ ເອີລົບ ກ່ຽວກັບການເພີ່ມທະວີການຮ່ວມມືປະເທດທາງຜ່ານ,ສ້າງຄວາມສະດວກດ້ານການຄ້າ ແລະ ປະຕິບັດໂຄງການດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງໄດ້ສິ້ນສຸດຢ່າງສຳເລັດຜົນ. ທີ່ກອງປະຊຸມ, ບັນດາລັດຖະມົນຕີ ແລະຜູ້ຕາງຫນ້າບັນດາປະເທດພວມພັດທະນາບໍ່ມີທະເລ ແລະ ປະເທດທາງຜ່ານພາກພື້ນ ອາຊີ ເອີລົບ ພ້ອມກັບຮຽກຮ້ອງການຮ່ວມມືກວ່າອີກ ເພື່ອແນໃສ່ພັດທະນາພື້ນຖານໂຄງລ່າງຫລັກແຫລ່ງ, ຫັນການຄ້າເປັນສະດວກ ແລະຊຸກຍູ້ການຮ່ວມມືພາກພື້ນ. ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ Gyan Chandra Acharya, ຮອງເລຂາທິການໃຫຍ່ ສປຊ ເນັ້ນຫນັກວ່າ: ກອງປະຊຸມແມ່ນໂອກາດເພື່ອເພີ່ມທະວີການໂອ້ລົມສົນທະນາ ແລະ ການຮ່ວມມືກ່ຽວກັບບັນຫາທາງຜ່ານ, ສ້າງຄວາມສະດວກດ້ານການຄ້າ ແລະ ການຮ່ວມມືພາກພື້ນ, ບັນດາບັນຫາສຳຄັນສຳລັບການພັດທະນາແບບຍືນຍົງຂອງບັນດາປະເທດບໍ່ມີທະເລ ແລະ ປະເທດທາງຜ່ານໃນຂອບເຂດໂຄງການດຳເນີນງານ 2030. ທ່ານ Gyan Chandra Acharya ເນັ້ນຫນັກວ່າ:
“ພວກເຮົາມີທິດທາງຈະແຈ້ງໃນອະນາຄົດ ແລະ ສານຢູ່ທີ່ນີ້ນັ້ນແມ່ນ ພວກເຮົາອາດຈະຊຸກຍູ້ບັນດາການເຄື່ອນໄຫວດ້ານເສດຖະກິດຂອງຕົນກວ່າອີກຜ່ານບັນດາການຮ່ວມມືຢ່າງແຫນ້ນແຟ້ນລະຫວ່າງບັນດາພາກພື້ນ. ບັນດາປັດໄຈສຳຄັນທີ່ສຸດສຳລັບບັນດາປະເທດບໍ່ມີທະເລກໍຄືບັນດາປະເທດທາງຜ່ານນັ້ນແມ່ນ ການລົງທຶນ, ເຕັກໂນໂລຊີ, ການຄ້າ ກໍຄືການສ້າງກຳລັງຄວາມສາມາດ. ຂ້າພະເຈົ້າຖືວ່ານັ້ນແມ່ນບັນດາສານຢ່າງແຮງທີ່ບັນລຸໄດ້ໃນກອງປະຊຸມຄັ້ງນີ້.”
ສິ້ນສຸດກອງປະຊຸມ, ບັນດາຜູ້ແທນຕີລາຄາສູງເລື່ອງປະເທດເຈົ້າພາບຫວຽດນາມ ໄດ້ຕັ້ງຫນ້າສົມທົບກັບອົງການຜູ້ຕາງຫນ້າຂັ້ນສູງຂອງ ສປຊ ເພື່ອສ້າງເນື້ອໃນ ແລະ ໂຄງການດຳເນີນງານຂອງກອງປະຊຸມຢ່າງເໝາະສົມກັບສະພາບການບັນດາປະເທດບໍ່ມີທະເລ ແລະ ປະເທດທາງຜ່ານ.