ກອງປະຊຸມຄັ້ງທີ 36 ໄດ້ອັດລົງແລ້ວ, ພາຍຫລັງເຮັດວຽກມາເປັນເວລາ 7 ວັນ |
(vovworld)-ຕອນບ່າຍວັນທີ 16/3, ຄະນະປະຈຳສະພາແຫ່ງຊາດໄດ້ອັດວາລະປະຊຸມຄັ້ງທີ 36 ພາຍຫລັງເຮັດວຽກມາເປັນເວລາ 7 ວັນ. ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ສະເຫນີ ບັນດາກະຊວງ, ຂະແຫນງການ ແລະ ອົງການກ່ຽວຂ້ອງ ຄວນຕັ້ງຫນ້າ, ຮີບເຮັ່ງສຳເລັດວຽກງານກະກຽມເພື່ອຈັດຕັ້ງກອງປະຊຸມໃຫຍ່ລັດຖະສະພາລະຫວ່າງຊາດໂລກຄັ້ງທີ 132 ສຳເລັດຜົນ. ດ້ວຍບັນດາຮ່າງກົດໝາຍທີ່ໄດ້ຮັບຄຳເຫັນປະກອບທີ່ກອງປະຊຸມຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ສະເຫນີອົງການຮຽບຮຽງ ແລະ ອົງການກວດກາຄວນປະສານສົມທົບຢ່າງແຫນ້ນແຟ້ນ ເພື່ອສ້າງໃຫ້ສົມບູນແບບ, ຮັບປະກັນຄຸນນະພາບກ່ອນທີ່ຍື່ນສະເຫນີຕໍ່ກອງປະຊຸມສະໄຫມສາມັນຂອງສະພາແຫ່ງຊາດຊຸດທີ 13 ຄັ້ງຈະມາເຖິງ.
ກ່ອນໜ້ານັ້ນຄືໃນ ຕອນເຊົ້າວັນທີ 16/3, ຄະນະປະຈຳສະພາແຫ່ງຊາດຫວຽດນາມປຶກສາຫາລືກ່ຽວກັບໂຄງການສ້າງກົດໝາຍ, ລັດຖະບັນຍັດໃນອາຍຸການຂອງສະພາແຫ່ງຊາດຊຸດທີ 13, ປີ 2015 ແລະ ຮ່າງ ໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2016. ຄາດວ່າໃນປີ 2015,ໃນໂຄງການສ້າງກົດໝາຍ, ລັດຖະບັນຍັດ, ສະພາແຫ່ງຊາດຈະຮັບຮອງເອົາຮ່າງກົດໝາຍ 28 ສະບັບ ແລະ ປະກອບຄຳເຫັນໃສ່ 26 ສະບັບ. ໂຄງການສ້າງກົດໝາຍ, ລັດຖະບັນຍັດຂອງສະພາແຫ່ງຊາດປີ 2016 ລວມມີຮ່າງກົດໝາຍ 31 ສະບັບ, ຮ່າງລັດຖະບັນຍັດ 2 ສະບັບ, ຮ່າງມະຕິສະບັບໜຶ່ງຂອງສະພາແຫ່ງຊາດ.
ແລະ ກໍໃນຕອນເຊົ້າວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດຫວຽດນາມຍັງໃຫ້ຄຳເຫັນແກ່ການກະກຽມກອງປະຊຸມສະໄໝສາມັນເທື່ອທີ 9 ສະແຫ່ງຊາດຊຸດທີ 13, ຊຶ່ງຄາດວ່າຈະດຳເນີນແຕ່ວັນທີ 20/5 ຫາວັນທີ 25/6/2015. ສະພາແຫ່ງຊາດຈະຮັບຮອງເອົາ ຮ່າງກົດໝາຍ 11 ສະບັບ, ຮ່າງມະຕິສະບັບໜຶ່ງ ແລະ ໃຫ້ຄຳເຫັນໃສ່ຮ່າງກົດໝາຍ 15 ສະບັບ.