ອັດກອງປະຊຸມຄັ້ງທີ49ຄະນະປະຈຳສະພາແຫ່ງຊາດ
ກອງປະຊຸມຄັ້ງທີ49ຄະນະປະຈຳສະພາແຫ່ງຊາດ
(ພາບປະກອບ: TTXVN)
(vovworld) - ພາຍຫຼັງເຮັດວຽກມາເປັນເວລາ 3 ວັນ, ຕອນບ່າຍວັນທີ 15/06, ພາຍໃຕ້ການເປັນປະທານຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ກອງປະຊຸມຄັ້ງທີ 49 ຂອງຄະນະປະຈຳສະພາແຫ່ງຊາດໄດ້ອັດລົງ. ກ່າວຄຳເຫັນທີ່ພິທີອັດກອງປະຊຸມຄັ້ງທີ 49, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ, ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນກ່ຽວກັບການກະກຽມຈັດກອງປະຊຸມຄັ້ງປະຖົມມະເລີກ, ສະພາແຫ່ງຊາດຊຸດທີ 14 ແລະ ໄດ້ມອບໝາຍໃຫ້ບັນດາອົງການມີໜ້າທີ່ ເປັນເຈົ້າການສົມທົບກັນກວດກາ, ກະກຽມບັນດາເນື້ອໃນຢ່າງຕັ້ງໜ້າ ເພື່ອຮັບປະກັນຄຸນນະພາບເພື່ອຍືນສະເໜີຕໍ່ສະພາແຫ່ງຊາດ. ຫ້ອງວ່າການສະພາແຫ່ງຊາດ ສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ຮັບເອົາຄຳເຫັນຂອງຄະນະປະຈຳສະພາແຫ່ງຊາດ ສືບຕໍ່ປັບປຸງຮ່າງໂຄງການດຳເນີນງານຂອງກອງປະຊຸມໃຫ້ສົມບູນແບບ, ພ້ອມທັງສືບຕໍ່ກະຕຸກຊຸກຍູ້ການກະກຽມບັນດາເນື້ອໃນເພືຶ່ອຮັບປະກັນໃຫ້ກອງປະຊຸມຄັ້ງປະຖົມມະເລີກດຳເນີນໄປຢ່າງສຳເລັດຜົນ.