ບັນດາທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ
ພາບ:tienphong.vn
|
(vovworld) - ວັນທີ 29/5, ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ຄັ້ງທີ 6 (ADMM 6) ໄດ້ອັດລົງຢູ່ປະເທດ ກຳປູເຈຍ ດ້ວຍເລື່ອງຮັບຮອງເອົາເອກະສານສຳຄັນສອງສະບັບຄື: ເອກະສານນິຍາມເພື່ອພິຈາລະນາເວລາຈັດຕັ້ງກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກວ້າງ (ADMM 6 +) ແລະ ຖະແຫລງການຮ່ວມກ່ຽວກັບການເພີ່ມທະວີຄວາມເປັນເອກະພາບຂອງ ອາຊຽນ ເພື່ອປະຊາຄົມທີ່ປອງດອງ ແລະ ໝັ້ນຄົງ. ກ່າວຄຳເຫັນນະທີ່ນີ້, ທ່ານພົນເອກ Phung Quang Thanh ລັດຖະມົນຕີກະຊວງປອ້ງກັນປະເທດ ຫວຽດນາມ, ຫົວຫນ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ຊີ້ແຈງກ່ຽວກັບການຕີລາຄາ ແລະ ທັດສະນະຂອງ ຫວຽດນາມ ຕໍ່ບັນຫາປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຢູ່ ພາກພື້ນ ແລະ ໃນໂລກ. ກ່ຽວກັບສະພາບການຢູ່ພາກພື້ນ ອາຊີຕາເວັນອອກສຽງໃຕ້, ທ່ານພົນເອກ Phung Quang Thanh ຖືວ່າ: ເບິ່ງລວມແລ້ວພາກພື້ນ ຍັງຄົງຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ, ກໍຍັງມີສິ່ງທ້າທາຍຕໍ່ຄວາມໝັ້ນຄົງ ລວມມີ ບັນຫາອາດຊະຍາກຳທີ່ບໍ່ເຄີຍມີມາ ແລະ ບໍ່ເຄີຍມີມາກ່ອນ. ກ່ຽວກັບບັນຫາທະເລຕາເວັນອອກ, ພົນເອກ Phung Quang Thanh ຖືວ່າ: ບັນດາຝ່າຍຕອ້ງລະງັບໃຈ, ດຳເນີນການເຈລະຈາໂດຍສັນຕິວິທີເພື່ອແກ້ໄຂບັນຫາຍາດຊິງອະທິປະໄຕຢູ່ເຂດທະເລຕາເວັນອອກດ້ວຍກົດໝາຍສາກົນ. ພົນເອກ Phung Quang Thanh ກໍປະກາດວ່າ: ໃນຂອບເຂດການຮ່ວມມື ADMM+, ຫວຽດນາມ ແລະ ຈີນ ເປັນປະທານຮ່ວມກອງປະຊຸມກຸ່ມຜູ້ຊ່ຽວຊານຫນູນຊ່ວຍມະນຸດສະທຳ ແລະ ກູ້ໄພກູ້ຊີບໃນເຫດໄພພິບັດ ຈັດຂຶ້ນຢູ່ ຈີນ ໃນເດືອນ 11/2011.