ອັດກອງປະຊຸມວິທະຍຸກະຈາຍສຽງ ອາຊີ 2013

ອັດກອງປະຊຸມວິທະຍຸກະຈາຍສຽງ ອາຊີ 2013 - ảnh 1
ທ່ານ ສາດສະດາຈານ Martin Hadlow, ​ເລຂາທິການ​ໃຫຍ່​ສູນ​ຂໍ້​ມູນ​ສື່ມວນ​ຊົນ ​ແລະ ສື່​ສານ ອາຊີ (AMIC) ​ໄດ້​ສະຫລຸບ 9 ວາລະ​ປະຊຸມ​ໃນ 3 ວັນ

(vovworld) -ວັນ​ທີ 31/7, ​ກອງ​ປະຊຸມ​ວິທະຍຸ​ກະຈາຍສຽງ​ ອາຊີ 2013 ສິ້ນ​ສຸດ​ລົງ​ພາຍຫຼັງ​ຈັດ​ກອງ​ປະຊຸມ ​ແລະ​ ປຶກສາ​ຫາ​ລື ມາ​ເປັນ​ເວລາ 3 ວັນ. ​ໃນ​ວາລະ​ປະຊຸມ​ສຸດ​ທ້າຍ​​ວັນ​ທີ 31/7, ບັນດາ​ຜູ້​ແທນ​ໄດ້​ແບ່ງປັນ​ບັນດາ​ບົດຮຽນ​ໃນ​ການຈັດ​ລາຍ​ການ​ສົນທະນາ​ໃນ​ການ​ກະຈາຍສຽງ​ເວົ້າ​ສະ​ເພາະ ​ແລະ ຕຳລາ​ສ້າງ​ຄວາມ​ດຶງ​ດູດ​ໃຫ້​ບັນດາ​ລາຍການ​ກະຈາຍສຽງ​ເວົ້າ​​ລວມ​ສຳ​ເລັດ​ຜົນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ອັດກອງ​ປະຊຸມ​ວິທະຍຸ​ກະຈາຍສຽງ​ ອາຊີ 2013 (Radio Asia 2013), ທ່ານ ສາດສະດາຈານ Martin Hadlow, ​ເລຂາທິການ​ໃຫຍ່​ສູນ​ຂໍ້​ມູນ​ສື່ມວນ​ຊົນ ​ແລະ ສື່​ສານ ອາຊີ (AMIC) ​ໄດ້​ສະຫລຸບ 9 ວາລະ​ປະຊຸມ​ໃນ 3 ວັນ​ພ້ອມ​ກັບ​ຫຼາຍ​ກອງ​ປະຊຸມ​ສຳ​ມະ​ນາ​ພາຍ​ນອກ​ດ້ວຍ​ບັນດາ​ຫົວ​ຂໍ້​ທີ່ອຸດົມສົມ​ບຸ​ນ, ຫຼາຍ​ຮູບ​ຫຼາຍ​ແບບ, ທີ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ໃນ​ປະຈຸ​ບັນ. ທ່ານ Hadlow ຂໍ​ຂອບ​ອົກ​ຂອບ​ໃຈ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂກອງ​ປະຊຸມ​ວິທະຍຸ​ກະຈາຍສຽງ​ ອາຊີ 2013, ຖື​ວ່າ ສິ່ງ​ດັ່ງກ່າວ​ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ລັດຖະບານ ຫວຽດນາມ ​ເຖິງ​ຂະ​ແໜງ​ກະຈາຍສຽງ​ເວົ້າ​ສະ​ເພາະ ​ແລະ ສື່ສານ​ເວົ້າ​ລວມ. ທ່ານ Martin Hadlow ກໍ່​ຕີ​ລາຄາ​ສູງ​ການ​ກະກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ​ຂອງ ວິທະຍຸ​ກະຈາຍສຽງ ຫວຽດນາມ, ປະກອບສ່ວນ​ສ້າງ​ຜົນ​ສຳ​ເລັດຂອງ​ກອງ​ປະຊຸມ​ວິທະຍຸ​ກະຈາຍສຽງ​ ອາຊີ 2013. ຜ່ານ​ກອງ​ປະຊຸມ, ບັນດາ​ເພື່ອນ​ມິດສາ​ກົນ​ບໍ່​ພຽງ​ແຕ່​ເຂົ້າ​ໃຈ​ຕື່ມ​ກ່ຽວ​ກັບ​ຂະ​ແໜງ​ກະຈາຍສຽງ, ສື່ສານ​ຂອງ ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງ​​ເຂົ້າ​ໃຈກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ ຫວຽດນາມ ອີດ​ກ້ວຍ. ກອງ​ປະຊຸມ​ວິທະຍຸ​ກະຈາຍສຽງ​ ອາຊີ 2014 ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນ ​ໂກ​ລົມ​ໂບ ຂອງ ສີ​ລັງກາ.
ກ່ອນໜ້ານັ້ນ, ຕອນ​ເຊົ້າ​ວັນ​ທີ 31/07, ກອງ​ປະຊຸມ​ວິທະຍຸກະຈາຍສຽງ​ອາຊີປີ 2013 ສືບ​ຕໍ່​ວາລະ​ປຶກສາ​ຫາລື​ກ່ຽວ​ກັບ​ບົດບາດ​ຂອງ​ບັນດາ​ພົນລະ​ເມືອງ​ໃນ​ການ​ສະໜອງ​ແຫຼ່ງຂ່າວ​ໃຫ້​ແກ່​ບັນດາ​ວິທະຍຸ​ກະຈາຍສຽງ ​ແລະ ມາດ​ຕະການລະອຽດຕ່າງໆ ​ເພື່ອ​ສາມາດ​ນຳ​ໃຊ້​ຖັນ​ແຖວ​ນັກ​ຂ່າວ​ພົນລະ​ເມືອງ​ນີ້ ​ເພື່ອ​ສ້າງ​ທ່າ​ແກ້ງ​ແຍ່ງ​ໃຫ້​ແກ່​ວິທະຍຸ​ກະຈາຍສຽງ​ແຕ່າງໆ. ກອງ​ປະຊຸມ​ກໍ່​ສຸມ​ໃສ່​ປຶ​ກສາ​ຫາລື​ບັນດາ​ສິ່ງ​ທ້າ​ທາຍ​ຂອງ​ໂຄສະນາທາງ​ວິທະຍຸ ​ແນ​ໃສ່​ແກ້ງ​ແຍ່ງ​ກັບ​ການ​ພັດທະນາຂອງ​​ເຄືອ​ຂ່າ​ຍອີນ​ເຕີ​ແນ​ດ. ທ່ານ​ນາງ Rachel Khan, ຜູ້ອຳນວຍການ​ຈັດລາຍການ​ສູນຂໍ້​ມູນ​ຂ່າວ, ​ສື່ມວນ​ຊົນ ​ແລະ ​​ສື່ສານ​ອາຊີ (AMIC) ​ເນັ້ນ​ໜັກ​ວ່າ: ບັນດາ​ວິທະຍຸ​ກະຈາຍສຽງ ຕ້ອງເປັນ​ເຈົ້າ​ການ​ຊອກ​ຫາ​ບັນດານັກ​ຂ່າວ​ພົນລະ​ເມືອງ​ທີ່​ມີ​ຄວາມ​ສາມາດ​ບົມຊ້ອນ ​ແລະ ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ. ທ່ານ​ນາງ​ກ່າວ​ວ່າ.

   “ພວກ​ເຮົາ​ບໍ່​ສາມາດ​ຖື​ຕົນ​ເອງ​​ແມ່ນ​ແຫຼ່ງຂ່າວ​ໜຶ່ງດຽວ​ໃຫ້​ຜູ້​ຟັງ. ຫາກ​ຜູ້​ຟັງ​ຂອງ​ພວກ​ເຮົາ ອາດ​ຈະ​ມີ​ໜ້າຢູ່​ສະຖານ​ທີ່​ເກີດ​ເຫດການ ​ແລະ ​ເຂົາ​ເຈົ້າ​ບໍ່​ລໍ​ຖ້າ​ຮັບ​ຟັງ​ຂ່າວ​ກ່ຽວ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ຕໍ່ໜ້າ​ເຂົາ​ເຈົ້າ​ຜ່ານ​ວິທະຍຸ. ​ເຂົາ​ເຈົ້າ​ຈະ​ນຳ​ເຂົ້າແວບ​ໄຊສ່ວນ​ຕົວ​ຂອງ​ຕົນ​ໃນ​ເຄືອ​ຂ່າຍສັງຄົມ​. ​ຄື​ແນວ​ນັ້ນ ​ເຂົາ​ເຈົ້າ​ເປັນ​ຜູ້​ສະ​ໜອງ​ຂ່າວ. ພວກ​ເຮົາ, ດ້ວຍ​ຖານະ​ແມ່ນ​ນັກ​ຂ່າວ, ຕ້ອງ​ນຳ​ໃຊ້​ແຫຼ່ງຂ່າວ​ຈາກ​ບັນດາ​ນັກ​ຂ່າວ​ພົນລະ​ເມືອງ​ດັ່ງກ່າວ”.

        ນອກຈາກ​ການ​ປຶ​ກສາ​ຫາລື​ບັນດາ​ມາດ​ຕະການ​ເພື່ອ​ເຮັດ​ໃຫ້​ລາຍການ​ອຸດົມສົມ​ບຸນ​ຂຶ້ນ​ເຕີ່​ມ, ບັນດາ​ຜູ້​ແທນ​ກໍ​ຊີ້​ໃຫ້​ເຫັນ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ໃນ​ການ​ດຶງ​ດູດ​ການ​ໂຄສະນາ ທາງວິທະຍຸ​ກະຈາຍສຽງ​ໃນ​ສະພາບ​ແກ້ງ​ແຍ່ງ​ຄືໃນ​ປະ​ຈຸ​ບັນ.

ຂ່າວ/ບົດ​ອື່ນ