ອັດກອງປະຊຸມສຳມະນາທິດ ສະດີຄັ້ງທີ 2 ລະຫວ່າງ ພັກກອມມູນິດ ຫວຽດນາມແລະ ພັກປຊຊປະຕິວັດລາວ


ອັດກອງປະຊຸມສຳມະນາທິດ ສະດີຄັ້ງທີ 2 ລະຫວ່າງ ພັກກອມມູນິດ ຫວຽດນາມແລະ ພັກປຊຊປະຕິວັດລາວ - ảnh 1
(
ພາບ: TTXVN)

 (vovworld)- ​​ພາຍຫ​ລັງ​ດຳ​ເນີນ​ການ​ເຮັດ​ວຽກ​ເປັນ​ເມ​ລາ 2 ວັນ, ຕອນ​​ເຊົ້າວັນ​ທີ 8/4, ​ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ຄັ້ງທີ 2 ລະຫວ່າງ​ພັກ​ກອມ​ມູ​ນິດ​ຫວຽດນາມ ​ແລະ ພັກ ປຊຊ ປະຕິວັດ​ລາວ ດ້ວຍ​ຫົວ​ເລື່ອງ “ຍົກ​ສູງຄວາມ​ສາມາດ​ນຳພາ ​ແລະ ກຳລັງ​ຕໍ່ສູ້​ຂອງ​ພັກ​ໃນ​ເງື່ອນ​ໄຂ​ພັກ​ດຽວ​ກຳ​ອຳນາດ​ຢູ່​ຫວຽດນາມ ​ແລະ ລາວ“ ​ໄດ້​ອັດ​ລົງ​ຢ່າງ​ຈົບງາມ.

  ກ່າວ​ຄຳ​ເຫັນ​ອັດກອງ​ປະຊຸມ​ສຳ​ມະ​ນາ​, ທ່ານ​ຮ່ວາງ​ບິງ​ກວນ, ຫົວໜ້າ​ຄະນະ​ພົວພັນ​ກັບ​ຕ່າງປະ​ເທດ​ສູນ​ກາງ ​ເນັ້ນນັກ​ວ່າ, ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງນີ້​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ, ຖືກ​ຈັດ​ຂຶ້ນ​ໃນ​ຈຸດ​ເວລາ​ສອງ​ພັກ​ພວມ​ສຸມ​ໃສ່​ຊີ້​ນຳ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫ່ຍຂອງ​ແຕ່​ລະ​ພັກ ພ້ອມ​ທັງ​ຕັ້ງໜ້າ​ຜັນ​ຂະຫຍາຍ​ແຜນການ​ຈັດຕັ້ງກອງ​ປະຊຸມ​ໃຫ່ຍພັກຂັ້ນຕ່າງໆ: ກ້າວ​ໄປ​ເຖິງ​ກອງ​ປະ​ຊຸມ​ໃຫ່ຍພັກ​ທົ່ວ​ປະ​ເທດ​ໃນຕົ້ນ​ປີ 2016. ສອງ​ປະ​ເທດ​ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອໝັ້ນບັນດາ​ບົດຮຽນ​ທີ​ມີ​ປະ​ໂຫຍ​ດ, ບັນດາ​ຜົນງານ​ກໍ່​ຄື​ຂໍ້​ຂຳ​ກັດ​​ໃນ​ວຽກ​ງານ​ກໍ່ສ້າງ​ພັກ​ທີ່​ບັນດາ​ຜູ້​ແທນ​ຍົກ​ອອກ​ມາ ​ແລະ ພ້ອມ​ກັນ​ປຶກສາ​ຫາລື​ທີ່ ກອງ​ປະຊຸມ​ສຳ​ມະ​ນາ​​ຄັ້ງນີ້ຈະ​ປະກອບສ່ວນ​ອັນ​ແທດ​ຈິງ​ເຂົ້າ​ໃນ​ການ​ຢັ້ງຢືນ​ຄວາມ​ສຳຄັນ​ຂອງ​ການ​ສືບ​ຕໍ່​ປ່ຽນ​ໃໝ່, ຍົກ​ສູງ​ຄວາມ​ສາມາດ ​ແລະ ກຳລັງ​ຕໍ່ສູ້​ຂອງ​ແຕ່​ລະ​ພັກ​ໃນ​ພາລະກິດ​ປ່ຽນ​ໃໝ່​ຮອບດ້ານ​ຢູ່​ແຕ່ລະ​ປະ​ເທດ./.

ຂ່າວ/ບົດ​ອື່ນ